ວັນທີ 25 ມິຖຸນາ 2018, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2 ແຂວງໄຊຍະບູລີ ໄດ້ເປີດຊຸດຮຽນໃໝ່ ຮຸ່ນທີ XII ໂດຍການເປັນປະທານຂອງ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ; ເປັນກຽດເຂົ້າຮ່ວມມີ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມກໍ່ສ້າງກໍາລັງ ກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະອໍານວຍການໂຮງຮຽນ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກຮຽນເຂົ້າຮ່ວມ.

ພັທ ບຸນທ່ຽງ ພັນດີ ອໍານວຍການໂຮງຮຽນໄດ້ຂຶ້ນຜ່ານແຜນການ ໂຄງການການຮຽນ-ການສອນຫຼັກສູດກໍ່ສ້າງວິຊາສະເພາະຊັ້ນຕົ້ນຂອງໂຮງຮຽນ ປະຈໍາສົກປີ 2018-2019 ເຊິ່ງແຜນໂຄງການຫຼັກສູດກໍານົດຮຽນ 12 ເດືອນ ມີ 3 ໜວດວິຊາຮຽນຄື: ໜວດວິຊາຄວາມຮູ້ທົ່ວໄປມີ 4 ວິຊາ, ໜວດວິຊາພື້ນຖານວິຊາສະເພາະມີ 8 ວິຊາ ແລະ ໜວດວິຊາສະເພາະມີ 15 ວິຊາ, ມີນັກຮຽນຈາກ ປກສ ແຂວງໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ ແລະ ປກສ ແຂວງຫົວພັນ ເຂົ້າຮຽນໃນຊຸດນີ້ 203 ສະຫາຍ ຍິງ 13 ສະຫາຍ.

ໃນພິທີ, ພັອ ເພີນຄໍາ ແສງດາລາ ຫົວໜ້າກົມກໍ່ສ້າງກໍາລັງ ໄດ້ຮຽກຮ້ອງຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນຈົ່ງຍົກສູງຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາຂອງຕົນເຂົ້າໃນການສິດສອນ, ຄົ້ນຄວ້າຮໍ່າຮຽນ; ຮັບປະກັນໃຫ້ຂະບວນວິວັດການຮຽນ-ການສອນດໍາເນີນໄປຢ່າງຖືກຕ້ອງຕາມໂຄງການຫຼັກສູດທີ່ໄດ້ກໍານົດໄວ້ ແລະ ໄດ້ຮັບຜົນສໍາເລັດ.