ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ປະກາດຮັບຮອງເອົາບ້ານຫຼັກເມືອງ, ບ້ານໂນນສົມບູນ, ບ້ານໂນນຊົມພູ, ບ້ານໜອງເດີ່ນທ່າ, ບ້ານນາຍູງ, ບ້ານຜັກຂະ ແລະ ບ້ານກຸດຮີ ໃນທ້າຍອາທິດທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນັນ ສິດສານຸພາບ ເຈົ້າເມືອງໆສອງຄອນ ເປັນກຽດເຂົ້າຮ່ວມໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີການນໍາຂັ້ນເມືອງ, ພະແນກການຂັ້ນແຂວງ, ອຳນາດການປົກຄອງ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ແສງ ສີຊົມໄຊ ນາຍບ້ານໆນາຍູງ ຕ່າງໜ້າໃຫ້ 7 ບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ພາຍໃນ 7 ບ້ານມີລະບົບການຈັດຕັ້ງທີ່ເຂັ້ມແຂງ, ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິເປັນເຈົ້າຂອງຕົນເອງ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ຮັບນາມມະຍົດເປັນບ້ານທີ່ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບຮອງເປັນບ້ານຊາວໜຸ່ມ 4 ບຸກ, ໜ່ວຍສະຫະພັນແມ່ຍິງ 3 ດີ ແລະ ຮັບຮອງເປັນບ້ານທີ່ມີຄວາມສະເໝີພາບຍິງ-ຊາຍ, ແນວລາວສ້າງຊາດຂັ້ນບ້ານ ໄດ້ເຄື່ອນໄຫວເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີປຸກລະດົມພໍ່-ແມ່ປະຊາຊົນເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາ, ດ້ານເສດຖະກິດ ແລະ ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ, ທາງດ້ານວັດທະນະທຳ-ສັງຄົມ ສະແດງໃຫ້ເຫັນວ່າ ປະຊາຊົນບັນດາເຜົ່າໄດ້ຮ່ວມກັນຮັກສາມູນເຊື້ອວັດທະນະທຳອັນດີງາມ ແລະ ມີຄວາມສາມັກຄີປອງດອງ ມີຄວາມເອື້ອເຟື້ອເພື່ອແຜ່ເຊິ່ງກັນແລະກັນ, ເຄົາລົບຮີດຄອງປະເພນີອັນດີງາມ, ປະຕິບັດລະບຽບຂອງບ້ານຢ່າງເຂັ້ມງວດຈົນໄດ້ຖືກຮັບຮອງປະກາດເປັນບ້ານວັດທະນະທຳ ແລະ ບ້ານແບບຢ່າງສາທາລະນະສຸກ.

ໃນພິທີ, ພັອ ຄຳພົນ ສີຫາປັນຍາ ໄດ້ມອບໃບໃບຢັ້ງຢືນບ້ານພັດທະນາຈຳນວນ 7 ບ້ານດັ່ງກ່າວ ແລະ ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກ ແລະ ປະກາດທັງ 7 ບ້ານ ເປັນບ້ານພັດທະນາຢ່າງເປັນທາງການ.