ເວັບໄຊສື່ຕ່າງໆ ທັງລະດັບສາກົນ ແລະ ທ້ອງຖິ່ນຂອງຫຼາຍປະເທດ ໄດ້ລົງຂ່າວນັກດຳນ້ຳຊາວອັງກິດ 2 ຄົນ ພົບເຍົາວະຊົນຊາວໄທ ທັງ 13 ຄົນ ໃນຖ້ຳຫຼວງ ໂດຍລາຍງານລາຍລະອຽດຕັ້ງແຕ່ຊ່ວງທີ່ເຍົາວະຊົນກຸ່ມນີ້ ຫາຍຕົວໄປໃນວັນທີ 23 ມິຖຸນາ ທີ່ຜ່ານມາ ກໍໄດ້ມີປະຕິບັດການຄົ້ນຫາ ແລະ ພົບອຸປະສັກຕ່າງໆນາໆ ຈົນສຸດທ້າຍກໍພົບຕົວໃນຕອນກາງຄືນ ຂອງວັນທີ 2 ກໍລະກົດ ທີ່ຜ່ານມາ; ສ່ວນຕໍ່ຈາກນີ້ໄປ ຈະເປັນການນຳຕົວທັງ 13 ຄົນ ອອກມາຈາກຖ້ຳຢ່າງພອດໄພ ແລະ ການເບິ່ງແຍງສຸຂະພາບຮ່າງກາຍ. ຂະນະທີ່, ໃນໂລກທະວີດເຕີ ແຮສແທັກ “#ຖ້ຳຫຼວງ” ຕິດອັນດັບ 3 ຂອງເທຣນທະວີດເຕີໂລກ ໃນເວລາ 9:50 ໂມງ ຂອງວັນທີ 3 ກໍລະກົດນີ້ ສ່ວນແຮສແທັກ “#Thaicave” ກໍເປັນທີ່ນິຍົມຂອງຊາວຕ່າງປະເທດ ທີ່ທະວີດແຈ້ງຂ່າວດີ ໃນມື້ນີ້ເຊັ່ນກັນ.

ເຟສບຸກ Derbyshire Cave Rescue Organisation

ພ້ອມກັນນັ້ນ, ເຟສບຸກ Derbyshire Cave Rescue Organisation ກໍໄດ້ໂພສວ່າ: ມີຂ່າວອັນແສນວິເສດໃນມື້ນີ້ ພົບເດັກທັງ 13 ຄົນແລ້ວ, ທຸກຄົນປອດໄພ ແລະ ຢູ່ໃນທີ່ດຽວກັນ, ເປັນທີມທີ່ຢອດຢ່ຽມຫຼາຍ, ທາງອົງກອນໄດ້ຮັບຄຳຂອບໃຈຢ່າງຫຼວງຫຼາຍ ແຕ່ຈະບໍ່ຂໍຮັບໄວ້ພຽງຜູ້ດຽວ ເພາະຜູ້ທີ່ດຳເນີນການເລື່ອງຈັດສົ່ງນັກດຳນ້ຳໃນຖ້ຳ ຊາວອັງກິດ ໄປສະໜັບສະໜູນປະຕິບັດການຂອງໄທ ຄື ຄະນະກຳມະການກູ້ໄພຖ້ຳອັງກິດ ບໍ່ແມ່ນອົງກອນດຳເນີນການເອງ.

ຊ່ວຍເຫຼືອ 13 ຊີວິດ ຕິດຖ້ຳຫຼວງ

ແນວໃດກໍຕາມ, ໃນຖານະທີ່ເປັນສະມາຊິກຂອງຄະນະກຳມະການນີ້ ແລະ ເນື່ອງຈາກຄະນະກຳມະການບໍ່ມີໜ້າເຟສບຸກ ອົງກອນຈຶ່ງຂໍອາສາເປັນສົ່ງຕໍ່ຄຳຂອບໃຈ ແລະ ຄວາມປາດຖະໜາດີທັງປວງ.