ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2016-2017 ໃຫ້ໜ່ວຍພັກທີ່ຂຶ້ນກັບຄະນະພັກກອງບັນຊາການ ປກສ ແຂວງ ໃນວັນທີ 27 ມິຖຸນາ 2018, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກກອງບັນຊາການ, ເລຂາໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

ໃນພິທີ, ຕາງໜ້າແຕ່ລະໜ່ວຍພັກ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ແລະ ທິດທາງແຜນການ 2018 ເຊິ່ງແຕ່ລະໜ່ວຍພັກໄດ້ຖືເອົາວຽກງານສຶກ ສາອົບຮົມການເມືອງ-ນໍາພາແນວຄິດເປັນຕົ້ນສໍາຄັນຕໍ່ພະນັກງານ-ນັກຮົບ, ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ -ນັກຮົບເຮັດໜ້າທີ່ວຽກງານວິຊາສະເພາະ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເອົາໃຈ ໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຮອບດ້ານ; ຄຽງຄູ່ກັບວຽກງານກໍ່ສ້າງພັກ-ກໍ່ສ້າງ ພະນັກງານ; ບັນດາໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2016-2017 ມີ 6 ໜ່ວຍພັກຄື: ໜ່ວຍພັກຫ້ອງພະລາທິການ, ໜ່ວຍພັກຫ້ອງສັນຕິບານ, ໜ່ວຍພັກຫ້ອງການ ເມືອງ, ໜ່ວຍພັກຫ້ອງການກອງບັນຊາການ, ໜ່ວຍພັກກອງຮ້ອຍປ້ອງກັນເຄື່ອນທີ່ ແລະ ໜ່ວຍພັກຫ້ອງຄຸ້ມ ຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ໃນພິທີ, ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກແຕ່ລະໜ່ວຍເອົາໃຈໃສ່ໃນການຄົ້ນຄ້ວາເຊື່ອມຊຶມ, ກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ກໍ່ສ້າງສະມາຊິກພັກພາຍໃນໜ່ວຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກໍ່ສ້າງປັບປຸງຕົນເອງຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບພາຍ ໃນໜ່ວຍຂອງຕົນຢ່າງເນື່ອງນິດລຽນຕິດ ແລະ ແທດເຖິງຕົວຈິງ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍ ກໍຄືກົມກອງ, ປັບປຸງກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ-ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມ ຊໍານິ-ຊໍານານດ້ານວຽກງານວິຊາສະເພາະ ແລະ ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ແລະ ກໍາແໜ້ນບັນດາສິດ, ໜ້າທີ່ຂອງສະມາຊິກພັກ, ເປັນເຈົ້າການປະຕິບັດແນວທາງນະໂຍບາຍ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ຊອກຮູ້ຮໍ່າຮຽນດ້ານວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ, ພາສາຕ່າງປະເທດ ເພື່ອ ຍົກລະດັບຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານກໍ່ສ້າງພັກ ເຮັດໃຫ້ໜ່ວຍພັກຂອງຕົນກາຍເປັນໜ່ວຍພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າໃຫ້ເປັນກ້າວໆ.