ເວັບໄຊເດລີເມວຂອງອັງກິດ ລາຍງານວ່າ: ທັງ 3 ນັກດຳນ້ຳຊາວອັງກິດ ມີ ຣຊາດ ສະແຕນຕັນ, ໂຣເບີດ ຮາເປີ ແລະ ຈອນ ໂວລັນເທນ ຄືທີມຮີໂຣຈາກອັງກິດ ທີ່ພົບທີມໝູປ່າທັງ 13 ຊີວິດ ໃນຖ້ຳຫຼວງນາງນອນ ແຂວງຊຽງຣາຍ ໃນຄືນວັນທີ 2 ກໍລະກົດ ຜ່ານມາ, ເຊິ່ງທັງ 3 ຄົນ ລ້ວນແຕ່ເປັນຜູ້ຊ່ຽວຊານລະດັບໂລກ ໃນການສຳຫຼວດຖ້ຳໃຕ້ດິນ ແລະ ຖືກສົ່ງໄປປະຕິບັດພາລະກິດເພາະຝີມືດີທີ່ສຸດ.

ດ້ານທ່ານ ບິວ ໄວເຮົາ ຮອງປະທານບີຊີອາຊີ (ສະມາຄົມຊ່ວຍເຫຼືອຜູ້ປະສົບໄພພາຍໃນຖ້ຳຂອງອັງກິດ) ກ່າວວ່າ: ຄົນກຸ່ມນີ້ມີປະສົບການ ແລະ ເຮັດໄດ້-ພວກເຂົາໄປມາແລ້ວທົ່ວໂລກ.

ສຳລັບຜົນງານໃນອະດີດຂອງພວກເຂົາ, ຄືໃນປີ 2004 ໂວລັນເທນ ແລະ ສະແຕນຕັນ ດຳນ້ຳໃນຖ້ຳ 76 ແມັດ ທຸບສະຖິຕິເດີມ 5,5 ແມັດ ທີ່ເຄີຍເຮັດໄວ້ໃນປີ 2003 ໂດຍໃຊ້ລະບົບຫາຍໃຈທີ່ພັດທະນາຂຶ້ນມາເອງ ທີ່ໝູ່ບ້ານວູກີໂຮນ ແລະ ໝູ່ບ້ານຊໍເມີເຊັດ.

ໂວລັນເທນ ເປັນທີ່ປຶກສາດ້ານໄອທີຈາກເມືອງບຣິສທອນ ເຄີຍໃຫ້ສຳພາດກັບວາລະສານ ຊັນເດທາມ ວ່າ: ຕົນເລີ່ມສຳຫຼວດຖ້ຳຕັ້ງແຕ່ເປັນລູກເສືອ ເພາະເປັນຄົນມັກຄວາມທ້າທາຍ, ການສຳຫຼວດຖ້ຳບໍ່ແມ່ນເລື່ອງອັນຕະລາຍ ຖ້າເຮັດຢ່າງຖືກວິທີ.

ນອກຈາກນີ້, ໂວລັນເທນ ແລະ ສະແຕນຕັນ ຍັງເຄີຍມີສ່ວນຮ່ວມໃນການກູ້ໄພໃນຖ້ຳ ເຂດເຊົາ ແລະ ມິດເວວສ໌ ລວມທັງຢູ່ໃນທີມຊ່ວຍເຫຼືອນັກດຳນ້ຳທີ່ຕິດຢູ່ໃນຖ້ຳຝຣັ່ງ ໃນປີ 2010, ຕາມລາຍງານປີດັ່ງກ່າວ ສະແຕນຕັນ ເປັນນັກດັບເພິງຈາກເມືອງໂຄເວນທຣີ. ນອກນີ້, ໂວລັນເທນ ຍັງເປັນແລ່ນມາລາທອນ ແລະ ອາວຕຣາມາລາທອນ ນຳອີກ.