ວັນທີ 29 ມິຖຸນາ 2018, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີຈູດທໍາລາຍຢາເສບຕິດປະເທດຕ່າງໆ ລວມນ້ຳໜັກເກືອບ 300 ກິໂລກຼາມ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ. ເຂົ້າຮ່ວມຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ມີບັນດາພະແນກການອ້ອມຂ້າງແຂວງ ອຳນາດການປົກຄອງບ້ານ ຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຢາເສບຕິດດັ່ງກ່າວ ລວມມີຢາບ້າ 59.723 ເມັດ, ນ້ຳໜັກ 5 ກິໂລກຼາມ ແລະ ກັນຊາແຫ້ງ, ໜັກ 269 ກິໂລກຼາມ; ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກ່າວໃນໄລຍະ 1 ປີ ຜ່ານມາວ່າ: ເຈົ້າໜ້າທີ່ ປກສ ແຂວງ ສາມາດມ້າງຄະດີໄດ້ທັງໝົດ 165 ເລື່ອງ ແລະ ມີຜູ້ຖືກຫາ 232 ຄົນ ຍິງ 34 ຄົນ. ໃນນັ້ນ, ມີຄົນຕ່າງປະເທດ 10 ຄົນ, ຢຶດຢາບ້າ 187.151 ເມັດ, ຢາໄອສ໌ 344,34 ກຼາມ, ກັນຊາແຫ້ງເກືອບ 17 ກິໂລກຼາມ, ລົດໃຫຍ່ 13 ຄັນ, ລົດຈັກ 76 ຄັນ, ໂທລະພາບ 149 ເຄື່ອງ ແລະ ເງິນ 34 ລ້ານກວ່າກີບ.
ນອກນີ້, ຍັງໄດ້ຟື້ນຟູຜູ້ຕິດຢາເສບຕິດ ເລີ່ມແຕ່ວັນທີ 1 ມິຖຸນາ 2017-1 ມິຖຸນາ 2018 ໄດ້ທັງໝົດ 74 ຄົນ.