ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນວັນທີ 30 ມິຖຸນາ 2018 ເຂົ້າຮ່ວມໂດຍທ່ານ ຈຸນມະນີ ພັນທະນຸວົງ ປະທານກວດກາພັກ-ລັດເມືອງຈັນທະບູລີ ແລະ ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານກອງຮ້ອຍ 1 ເມືອງຈັນທະບູລີ, ມີຄະນະພັກ, ສະມາຊິກພັກ, ຄະນະປົກຄອງ, ຄະນະນໍາອົງການຈັດຕັ້ງມະຫາຊົນ, ແຂກຮັບເຊີນ, ຫົວໜ້າຄຸ້ມ, ຫົວໜ້າໜ່ວຍເຂົ້າຮ່ວມ.

ທ່ານ ຊະນະນິກອນ ອິນທິລາດ ນາຍບ້ານໂພນສະຫວ່າງ ໄດ້ຍົກໃຫ້ເຫັນວ່າ: ບ້ານໂພນສະຫວ່າງ ມີພະນັກງານກໍ່ສ້າງຮາກຖານເດີນສໍາຫຼວດ ຈໍານວນ 19 ສະຫາຍ, ມີ 72 ໜ່ວຍ ມີ 769 ໜ່ວຍ, ມີ 694 ຄອບຄົວ ມີພົນລະເມືອງລາວທັງໝົດ 3.858 ຄົນ ຍິງ 1.987 ຄົນ ຍິງ 1.987 ຄົນ, ຄອບຄົວທີ່ຈົດທະບຽນສໍາມະໂນຄົວມີ 693 ຄອບຄົວ ມີພົນລະເມືອງທັງໝົດ 3.634 ຄົນ ຍິງ 1.874 ຄົນ, ຄອບຄົວຍັງບໍ່ໄດ້ຈົດທະບຽນ 1 ຄອບຄົວ ແລະ ບຸກຄົນທີ່ຍັງບໍ່ໄດ້ຈົດທະບຽນສໍາມະໂນຄົວ 289 ຄົນ ຍິງ 140 ຄົນ ເນື່ອງຈາກເກີດໃໝ່, ຍົກຍ້າຍ, ຕົກຄ້າງ, ເປັນເຂີຍ, ເປັນໄພ້ ແລະ ຍ້າຍອອກ, ມີຄົນເພີ່ມ 293 ຄົນ ຍິງ 142 ຄົນ ແລະ ມີຄົນຫຼຸດ 69 ຄົນ, ມີຄົນພັກເຊົາຊົ່ວຄາວ 731 ຄົນ ຍິງ 380 ຄົນ ແລະ ມີເອກະສານພັກເຊົາຖືກຕ້ອງ 731 ຄົນ ຍິງ 380 ຄົນ, ມີຄົນຕ່າງປະເທດທັງໝົດ 8 ຄອບຄົວ ມີ 60 ຄົນ ຍິງ 24 ຄົນ ມີເຮືອນໃຫ້ເຊົ່າເປັນຫຼັງ 56 ຫຼັງ ແລະ ຫ້ອງແຖວໃຫ້ເຊົ່າມີ 64 ຫຼັງ ມີ 386 ຫ້ອງ.

ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານອາຊະຍາກໍາ ໂດຍໄດ້ກຳນົດເປົ້າໝາຍທີ່ພົວພັນເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມຈໍານວນ 26 ຄົນ; ໃນນັ້ນ, ມີເປົ້າໝາຍປຸ້ນຊັບ, ລັກຊັບພົນລະເມືອງ, ຄ້າຂາຍຢາເສບຕິດ ແລະ ມົ້ວສຸມຢາເສບຕິດ. ວິທີການແກ້ໄຂປະກອບດ້ວຍຫຼາຍວິທີເຊັ່ນ: ໄດ້ສຶກສາອົບຮົມຂັ້ນພື້ນຖານ, ສົ່ງໄປສູນບໍາບັດ, ສົ່ງໃຫ້ກອງຄະດີດໍາເນີນຄະດີຕາມກົດໝາຍ ແລະ ສືບຕໍ່ຕິດຕາມຈຳນວນໜຶ່ງ.

ພິເສດ, ພະນັກງານກໍ່ສ້າງຮາກຖານ ແລະ ອໍານາດການປົກຄອງບ້ານ ໄດ້ສົມທົບກັບ ປກສ ກຸ່ມ 5 ໜອງທາ ແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນບ້ານ ໂດຍແກ້ໄຂຈຸດມົ້ມສຸມໄດ້ເປົ້າໝາຍ 4 ຄົນ ມີຂອງກາງເປັນຢາບ້າ 80 ເມັດ ແລະ ຢາໄອ 2 ຖົງນ້ອຍ ແລະ ໄດ້ສົ່ງໃຫ້ ປກສ ເມືອງຈັນທະບູລີ ແກ້ໄຂ. ສັງລວມແລ້ວ, ຜ່ານການລົງກໍ່ສ້າງຮາກຖານ ແຕ່ວັນທີ 2 ພຶດສະພາ-30 ມິຖຸນາ 2018 ເຫັນວ່າມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ພະນັກງານກໍ່ສ້າງຮາກຖານ ເດີນສໍາຫຼວດບ້ານໂພນສະຫວ່າງ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນ ເຫັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງໂຮງໝໍ 150 ຕຽງ ຮອດສະຖານີໄຟຟ້າ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ຫຼຸດລົງ ແລະ ສືບຕໍ່ສຶກສາອົບຮົມບັນດາເປົ້າໝາຍທີ່ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ.