ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ບັນດາເອກະສານຄໍາແນະນໍາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງ ກົມການເມືອງສູນກາງພັກ ກ່ຽວກັບ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນວັນທີ 2 ກໍລະກົດ 2018 ເພື່ອໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນກົມ ຮັບຮູ້ເຂົ້າໃຈ ຢ່າງທົ່ວເຖິງ; ເຜີຍແຜ່ໂດຍ ພັທ ພັດສະດີ ນວນອາສາ ຮອງເລຂາຄະນະພັກ, ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ.

ພັທ ພັດສະດີ ນວນອາສາ ໄດ້ເຜີຍແຜ່ຄໍາແນະນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017 ຂອງ ຄະນະຈັດຕັ້ງສູນກາງພັກ ເລກທີ 100/ຄຈສພ ວັນທີ 19 ກຸມພາ 2018; ເຊິ່ງກອງປະຊຸມແມ່ນໄດ້ຕີລາຄາຜົນໄດ້ຮັບ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ດ້ານວຽກງານຈັດຕັ້ງພັກ ແມ່ນສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ການຈັດຕັ້ງພັກ ແລະ ຖັນແຖວສະມາຊິກພັກເພີ່ມຂຶ້ນ, ຖ້າທຽບໃສ່ປີ 2016 ຈໍານວນຮາກຖານພັກເພີ່ມຂຶ້ນ 410 ຮາກຖານພັກ, ຂະບວນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຕິດພັນກັບຂະບວນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ມີຫຼາຍໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຫຼາຍສະໄໝຕິດຕໍ່ກັນ, ມາຮອດປັດຈຸບັນມີໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຈໍານວນ 11.359 ໜ່ວຍພັກ; ເວົ້າລວມແລ້ວບັນດາການຈັດຕັ້ງພັກຢູ່ຂັ້ນຮາກຖານ ສືບຕໍ່ໄດ້ຮັບການປັບປຸງ, ຫຼາຍໜ່ວຍພັກຢູ່ສໍານັກງານ-ອົງການ ສາມາດຮູ້ນໍາພາຮອບດ້ານຢູ່ພາຍໃນກົມກອງຂອງຕົນ, ປະສິດທິຜົນຂອງວຽກງານດີຂຶ້ນກວ່າເກົ່າ, ໜ່ວຍພັກບ້ານ ໄດ້ນໍາພາອົງການປົກຄອງພັດທະນາບ້ານ, ສ້າງກອງທຶນຂອງບ້ານ, ນໍາພາການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ.

ນອກນີ້, ຍັງໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ເລກທີ 1765/ກມປສ ລົງວັນທີ 27 ມິຖຸນາ 2018 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດກົມຕໍາຫຼວດຄຸມຂັງ-ດັງສ້າງ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 10 ສະຫາຍ ຍິງ 3 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 1 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍ ພັທ ພັດສະດີ ນວນອາສາ.