ວັນທີ 2 ກໍລະກົດ 2018, ລັດວິສາຫະກິດລາວບໍລິການຄວາມປອດໄພ (ລປພ) ກະຊວງ ປກສ ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ ເພື່ອເປັນການຍົກລະດັບວຽກງານປ້ອງກັນເວນຍາມຮັກສາຄວາມປອດໄພໃຫ້ຜູ້ໃຊ້ບໍລິການ ໃຫ້ໄດ້ດີກວ່າເກົ່າ ເປັນທານໂດຍ ພັອ ດຳດີ ອ້ວນມະນີວົງ ອຳນວຍການ ລປພ ມີຄະນະອຳນວຍການ, ແຂກຮັບເຊີນ, ຄູ-ອາຈານ ແລະນັກສຳມະນາກອນ ເຂົ້າຮ່ວມ.

ພັອ ດຳດີ ອ້ວນມະນີວົງ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານພາຍໃນ ລປພ ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານບໍລິການຄວາມປອດໄພ ເຮັດໃຫ້ການປະຕິບັດໜ້າທີ່ຂອງພະນັກງານໄປຕາມລະບຽບ-ຫຼັກການ, ຮັບປະກັນຄຸນນະພາບ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.

ການຝຶກອົບຮົມໃນຄັ້ງນີ້, ຍັງເຮັດໃຫ້ພະນັກງານມີຄວາມຮູ້ຄວາມສາມາດທີ່ແນ່ນອນ ກາຍເປັນພະນັກງານຫຼັກແຫຼ່ງຂອງ ລປພ ເພື່ອພ້ອມກັນພັດທະນາວິສາຫະກິດໃຫ້ຈະເລີນເຕີບໂຕໄປຢ່າງບໍ່ຢຸດຢັ້ງ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ເຊີນເອົາຄູ-ອາຈານຈາກ ກອງບັນຊາການປ້ອງກັນເຄື່ອນທີ່, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມຕຳຫຼວດຈາລະຈອນ ແລະ ຄູ-ອາຈານພາຍໃນຈຳນວນໜຶ່ງ ເຊິ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ 56 ທ່ານ. ໂດຍນັກສຳມະນາກອນຈະໄດ້ຮຽນ ກ່ຽວກັບ ວິຊາງົດງາມຮູບແບບລວມແຖວ, ຈັງຫວະພື້ນຖານຂອງມວຍປ້ອງກັນຕົວ, ວິຊາສະກັດກັ້ນຕ້ານອັກຄີໄພ ແລະ ວິຊາລະບາຍການສັນຈອນ ເຊິ່ງກໍານົດເວລາຝຶກອົບຮົມລວມທັງໝົດ 9 ວັນ ເລີມແຕ່ວັນທີ 2-12 ກໍລະກົດ 2018.