ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຕິດຕາມເປົ້າໝາຍຄ້າ ຂາຍຢາເສບຕິດໄດ້ ຊື່ທ້າວ ເປົ້າ ອາຍຸ 24 ປີ ຢູ່ບ້ານເພຍລາດ ເມືອງສັງທອງ. ໃນທີ່ສຸດກໍສາມາດຈັບຜູ້ກ່ຽວໄດ້ ຂະນະທີ່ກຳລັງນຳຢາເສບຕິດໄປຈຳໜ່າຍໃຫ້ກັບກຸ່ມໄວລຸ້ນຢູ່ເຂດບ້ານໂຄກແຫຼ ເມືອງສັງທອງ ໃນວັນທີ 18 ມິຖຸນາ 2018.

ເຈົ້າໜ້າທີ່ ປກສ ເມືອງສັງທອງ ກ່າວວ່າ: ທ້າວ ເປົ້າ ເປັນເປົ້າໝາຍຕິດຕາມຕົວມາໄດ້ໄລຍະໜຶ່ງແລ້ວ ຍ້ອນລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານ ແລະ ເມືອງ ໂດຍສືບເນື່ອງມາຈາກການຊັດທອດຂອງ ຜູ້ເສບທີ່ແກ້ໄຂໄດ້ໃນໄລຍະຜ່ານມາ. ຮອດວັນທີ 18 ມິຖຸນາ 2018, ຈຶ່ງໄດ້ສືບຮູ້ວ່າ: ຜູ້ກ່ຽວກຳລັງນຳຢາບ້າໄປ ຂາຍໃຫ້ກັບໄວລຸ້ນເຂດບ້ານໂຄກແຫຼ. ຈາກນັ້ນ, ຈຶ່ງນໍາກໍາລັງລົງປະຈໍາຈຸດດັ່ງກ່າວ. ຮອດເວລາ 15.00 ໂມງວັນ ດຽວກັນ, ກໍໄດ້ພົບເຫັນເປົ້າໝາຍຂັບລົດຈັກເວບ ບໍ່ມີປ້າຍ ຈຶ່ງເຂົ້າກວດຄົ້ນ ແລະ ພົບຂອງກາງຢາບ້າຈຳນວນ 161 ເມັດ, ຢາໄອສ໌ 1 ຖົງນ້ອຍກັບ 1 ຫຼອດນ້ອຍ.

ທ້າວ ເປົ້າ ໃຫ້ການວ່າ: ຜູ້ກ່ຽວໄດ້ພົວພັນກັບຢາເສບຕິດປະເພດຢາບ້າມາແຕ່ປີ 2013, ເຊິ່ງໄດ້ຢາບ້າຊື້ນຳພັກ ພວກທີ່ເຄີຍຮ່ວມຂະບວນການນຳກັນຄັ້ງລະ 10-20 ເມັດ ແລ້ວນໍາໄປຂາຍໃຫ້ກັບກໍາມະກອນ ແລະ ກຸ່ມມົ້ວສຸມ ຢາເສບຕິດຢູ່ຕາມບ້ານ ແລະ ເທດສະບານເມືອງ. ສ່ວນຈຸດນັດຊື້-ຂາຍນັ້ນ ສ່ວນຫຼາຍແມ່ນຢູ່ຕາມເສັ້ນທາງເຂດ ເຂື່ອນຫ້ວຍແຕນ ເມືອງສັງທອງ. ທ້າວ ເປົ້າເວົ້າ ຕື່ມວ່າ: ໃນມືຖືກກັກຕົວນັ້ນ, ມີຄົນໂທລະສັບສັ່ງຊື້ຢາບ້ານໍາ ໂດຍນັດສົ່ງຢູ່ແຄມທາງເຂດບ້ານໂຄກແຫຼ ເມືອງສັງທອງ ຈຶ່ງເອົາຢາບ້າອອກໄປສົ່ງຕາມນັດ. ພໍໄປຮອດຈຸດນັດພົບ, ມີເຈົ້າໜ້າທີ່ເຂົ້າກວດຄົ້ນ ແລະ ຈັບຕົວ.

ຄະດີດັ່ງກ່າວນີ້, ທາງເຈົ້າໜ້າທີ່ຈະໄດ້ລວບລວມຂໍ້ມູນຫຼັກຖານ ພ້ອມທັງສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະ   ການປະຊາຊົນ ເພື່ອສັ່ງຟ້ອງ ທ້າວ ເປົ້າ ຕໍ່ສານປະຊາຊົນຂັ້ນຕົ້ນ ເພື່ອພິຈາລະນາຕັດສິນຕາມກົດໝາຍ.