ວັນທີ 26 ພຶດສະພາ 2018, ກົມຕຳຫຼວດອາຍາ ກະຊວງຕຳຫຼວດຫວຽດນາມ ໄດ້ດຳເນີນຄະດີກັບ 7 ເປົ້າໝາຍ ພ້ອມດ້ວຍພັກພວກ. ພວກກ່ຽວແມ່ນຊຽນລັກຊັບເທິງລົດບັນທຸກສິນຄ້າ ທີ່ກຳລັງແລ່ນຕາມຖະໜົນ ໂດຍສະເພາະລົດຕູ້ຄອນເທັນເນີ ທີ່ກຳລັງຂົນສົ່ງສິນຄ້າອອກຕ່າງປະເທດ. ເຈົ້າໜ້າທີ່ໄດ້ກຳນົດກຸ່ມເຄື່ອນໄຫວດັ່ງກ່າວ ແມ່ນກຸ່ມທີ່ມີຄວາມຊຳນານໃນການລັກຊັບ ເຊິ່ງມີການຈັດຕັ້ງແບ່ງວຽກກັນຢ່າງລະອຽດ, ພວກເຂົາແມ່ນມີການເຄື່ອນໄຫວດ້ວຍຫຼາຍຮູບແບບເຊັ່ນ: ຕົວະເຂົ້າເປັນພະນັກງານຂັບລົດບັນທຸກ, ປອມແປງເອກະສານເອົາສິນຄ້າທີ່ສາມາດລັກໄດ້ໄປຈຳໜ່າຍຕາມຮ້ານຄ້າຕ່າງໆ.

ພຽງແຕ່ເວລາ 1 ປີ, ບັນດາເປົ້າໝາຍດັ່ງກ່າວ ສາມາດເຄື່ອນໄຫວລັກຊັບໄດ້ຫຼາຍຄັ້ງ ລວມມູນຄ່າເສຍຫາຍຫຼາຍຕື້ດົ່ງ, ຕໍ່ສະພາບການທີ່ເກີດຂຶ້ນ ໄດ້ເຮັດໃຫ້ບັນດາບໍລິສັດທີ່ເຮັດທຸລະກິດທາງດ້ານນີ້ມີຄວາມຢ້ານກົວ ແລະ ຂາດຄວາມເຊື່ອໝັ້ນໃນການນຳສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດ ເມື່ອເກີດສະພາບຜູ້ຮັບສິນຄ້າບໍ່ໄດ້ຄົບຕາມຈຳນວນທີ່ສັ່ງ ແລະ ກໍບໍ່ຮູ້ວ່າຕົກເຮ່ຍເສຍຫາຍທາງໃດ ເພາະວ່າສະພາບເຄື່ອງໝາຍທີ່ໜີບຕິດໃນປະຕູລົດບັນທຸກແມ່ນຍັງປົກກະຕິທຸກຢ່າງ.

ຕົ້ນປີ 2018, ກົມຕຳຫຼງດອາຍາ ພາກສ່ວນຮັບຜິດຊອບເຂດພາກໃຕ້ ແມ່ນໄດ້ຮັບການແຈ້ງຄວາມຂອງຫຼາຍບໍລິສັດ ທີ່ເຮັດທຸລະກິດກ່ຽວກັບການຂົນສົ່ງ ແລະ ຮັບສົ່ງສິນຄ້າລະຫວ່າງປະເທດ ກ່ຽວກັບສະພາບສິນຄ້າທີ່ລົດບັນທຸກກຳລັງຂົນສົ່ງໄປອີກສະຖານທີ່ໜຶ່ງນັ້ນ ເກີດເສຍຫາຍ ໂດຍສະເພາະແມ່ນປະເພດລົດຕູ້ຄອນເທັນເນີ; ຜູ້ປະກອບການແມ່ນເກີດການສົງໄສວ່າ ຜູ້ຂັບລົດສົ່ງເຄື່ອງໃຫ້ຕົນເອງຈະມີການປະສານສົມທົບກັບກຸ່ມເປົ້າໝາຍທາງນອກ ເພື່ອລັກເອົາສິນຄ້າໃນລົດ ເພາະວ່າຫຼັງຈາກລົດໄປຮອດສະຖານທີ່ຮັບເຄື່ອງ ປະກົດວ່າ ສິນຄ້າບໍ່ຄົບຕາມຈຳນວນ.

ເມື່ອມີການຕິດຕາມ ແລະ ສຳຫຼວດຕົວຈິງ ເຈົ້າໜ້າທີ່ໄດ້ຢືນຢັນວ່າ: ປະກົດການເຄື່ອງບໍ່ຄົບ ຫຼື ເຄື່ອງເສຍລະຫວ່າງທາງນັ້ນ ລ້ວນແຕ່ແມ່ນກຸ່ມຂອງພວກເຂົາສ້າງຂຶ້ນທັງໝົດ, ເຊິ່ງພວກເຂົາໄດ້ມີການວາງແຜນການ ນັບແຕ່ປອມແປງເອກະສານເຂົ້າເປັນຜູ້ຂັບລົດສົ່ງເຄື່ອງ ແລະ ປອມແປງເອກະສານສົ່ງເຄື່ອງໃຫ້ກັບຫຼາຍຂົງເຂດຕ່າງກັນ ໂດຍພວກເຂົາໄດ້ແອບອ້າງຊື່ບໍລິສັດທີ່ຕົນຮັບສົ່ງເຄື່ອງນັ້ນເປັນບ່ອນອ້າງໃນເອກະສານ; ເມື່ອໄປສົ່ງ ຜູ້ຮັບທີ່ບໍ່ແມ່ນຜູ້ສັ່ງເຄື່ອງ ກວດເບິ່ງເອກະສານວ່າກົງກັບຊື່ບໍລິສັດ ແລ້ວກໍຮັບຊື້ເອົາສິນຄ້ານຳພວກກ່ຽວໃນລາຄາຖືກ, ກຸ່ມເ%