ເມືອງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການລົງສໍາຫຼວດໜອນນໍ້າຍຸງລາຍ ຮອບທີ I ແລະ ທິດທາງແຜນການຮອບທີ II ໃນວັນທີ 29 ມິຖຸນາ 2018 ເຂົ້າຮ່ວມໂດຍ ທ່ານ ບຸນຄົງ ພົງສະຫວັນ ຮອງເຈົ້າເມືອງໆໄຊຍະບູລີ, ທ່ານ ດຣ ເຕີມໃຈ ສຸວົງ ຫົວໜ້າຫ້ອງການບໍລິຫານພະແນກສາທາລະນະສຸກແຂວງ, ທ່ານ ດຣ ຄູນສະຫວັດ ເສນາພັນ ຜູ້ອໍານວຍການໂຮງໝໍແຂວງໄຊຍະບູລີ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ບ້ານເທດສະບານ ເຂົ້າຮ່ວມ.

ທ່ານ ດຣ ນາງ ລານເຈຍ ໄຊອຸດົມ ຫົວໜ້າໜ່ວຍງານອະນາໄມ ແລະ ສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກເມືອງໄຊຍະບູລີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດສໍາຫຼວດໜອນນໍ້າຍຸງລາຍ ຮອບທີ I ປີ 2018 ວ່າ: ເມືອງໄຊຍະບູລີ ເປັນເມືອງເທດສະບານຂອງແຂວງ ປະກອບມີ 77 ບ້ານ, ມີພົນລະເມືອງ 76.900 ກວ່າຄົນ ຍິງ 37.600 ກວ່າຄົນ, ມີ 14.450 ກວ່າຄອບຄົວ, ຕະຫຼອດໄລຍະປີ 2017 ເກີດສະພາບໄຂ້ຍຸງລາຍຢູ່ບ້ານນາຕາກ ເຖິງ 20 ກໍລະນີ ແຜ່ກະຈາຍໄປ ແຕ່ລະບ້ານ ເປັນຕົ້ນແມ່ນບ້ານລ້ອງປໍ, ສະພາບການເກີດໄຂ້ຍຸງລາຍປີ 2018 ໃນທົ່ວປະເທດ ໄດ້ເກີດພະຍາດດັ່ງກ່າວ ເຖິງ 1.230 ກໍລະນີ; ໃນນີ້, ເກີດຂຶ້ນຫຼາຍກ່ວາໝູ່ແມ່ນແຂວງອັດຕາປື, ຈໍາ ປາສັກ, ນະຄອນຫຼວງ, ເຊກອງ, ສໍາລັບແຂວງໄຊຍະບູລີ ເກີດຂຶ້ນ 41 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ ຢູ່ເມືອງແກ່ນທ້າວ, ການລົງສໍາຫຼວດໜອນນໍ້າຍຸງລາຍ ຮອບທີ I ໃນຄັ້ງນີ້ ມີພະນັກງານແພດ ລົງສໍາຫຼວດ 23 ທ່ານ ແລະ ໄດ້ລົງສໍາຫຼວດ 24 ບ້ານ ໃນເທດສະບານ ຈໍານວນ 6.470 ຫຼັງຄາເຮືອນ ເທົ່າກັບ 99,7%, ພົບໜອນນໍ້າ 168 ຫຼັງຄາເຮືອນ, ພາຊະນະມີນໍ້າທີ່ກວດ 11.760 ກວ່າອັນ, ພາຊະນະທີ່ພົບໜອນນໍ້າ 230 ກວ່າອັນ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆໄຊຍະບູລີ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການຕ້ານ ແລະ ຄວບຄຸມໄຂ້ຍຸງລາຍຂັ້ນເມືອງ; ພ້ອມທັງ ຮັບຟັງຄວາມຮູ້ພື້ນຖານກ່ຽວກັບພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ເຊິ່ງພະຍາດດັ່ງກ່າວແມ່ນພະຍາດຊຶມເຊື້ອໄວຣັດຊະນິດໜຶ່ງທີ່ເກີດຈາກຍຸງລາຍຕົວແມ່ ເປັນຕົວນໍາເຊື້ອທີ່ອັນຕະລາຍຕໍ່ຊີວິດຂອງຄົນເຮົາ ທີ່ເຄີຍລະບາດຢູ່ຕາມທ້ອງຖິ່ນຕ່າງໆໃນທົ່ວປະເທດ, ເປັນພະຍາດທີ່ບໍ່ມີວັກແຊັງປ້ອງກັນ, ບໍ່ມີຢາປິ່ນປົວສະເພາະ, ເມື່ອເປັນພະຍາດນີ້ແລ້ວ ຖ້າບໍ່ໄດ້ຮັບການປິ່ນປົວຖືກຕ້ອງ ແລະ ທັນເວລາສາມາດເຮັດໃຫ້ເສຍຊີວິດ, ພະຍາດນີ້ເປັນພະຍາດທີ່ບົ່ມຊ້ອນຢູ່ໃນ ສປປ ລາວ; ດັ່ງນັ້ນ, ພວກເຮົາຄວນປ້ອງກັນປະຕິບັດຕາມ 5 ປໍ ຄື: ປິດຝາພາຊະນະທີ່ມີນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ່ຽນນໍ້າ ແລະ ຜັດ ພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານໂຕ່ງນໍ້າທາງຫຼັງຕູ້ເຢັນ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງສຸຂະອະນາໄມບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ, ໃນແຕ່ລະຄອບຄົວໃຫ້ມີການກວດກາ ແລະ ກໍາຈັດແຫຼ່ງແຜ່ພັນຂອງຍຸງລາຍອາທິດລະ 1 ຄັ້ງ ໃນຂອບເຂດທີ່ຢູ່ອາໄສຂອງຕົນ, ປະຕິບັດເປັນທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ, ສຸກສາລາທີ່ຢູ່ໃກ້ບ້ານ. ພ້ອມນີ້, ກໍເພື່ອເປັນການທໍາລາຍແຫຼ່ງເພາະພັນຍຸງລາຍ ເຮັດໃຫ້ການແຜ່ລະບາດພະຍາດດັ່ງກ່າວຢູ່ພາຍໃນເມືອງໄຊຍະບູລີ ກໍຄືແຂວງໄຊຍະບູລີ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.