ກອງປະຊຸມອົງຄະນະພັກ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຍົກໃຫ້ເຫັນວ່າ: ພະນັກງານ-ນັກຮົບພາຍໃນກອງບັນຊາການ ມີແນວຄິດອຸ່ນອ່ຽນ ແລະ ສາມາດເຮັດສຳເລັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ ປະຈໍາໄຕມາດ II ປີ 2018, ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2018 ໂດຍການເປັນປະທານຂອງ ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ, ເລຂາຄະນະພັກກອງບັນຊາການ, ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຮອງເລຂາ, ຄະນະພັກກອງບັນຊາການ ແລະ ສະມາຊິກພັກເຂົ້າຮ່ວມ.

ພັທ ສົມຫວັງ ໄຊຍະລາດ ຄະນະພັກກອງບັນຊາການ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ຜ່ານບົດສະຫຼຸບ ປະຈໍາໄຕມາດ II ວ່າ: ໃນໄລຍະ 3 ເດືອນຜ່ານມາ ( ໄຕມາດ II ) ຄະນະພັກກອງບັນຊາການ ໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ສ້າງໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ປຸກລະດົມຊຸກຍູ້ບັນດາໜ່ວຍນໍາພາຮ່ວມຊີວິດ, ສໍາຫຼວດກວດກາ, ສ່ອງແສງລາຍງານ, ເສຍເງິນສະຖິຕິເປັນປົກກະຕິ ພ້ອມທັງຊີ້ນໍາ-ນໍາພາບັນດາຫ້ອງ, ກອງຮ້ອຍ, ໂຮງຮຽນ ເຄື່ອນໄຫວຕາມພາລະບົດບາດຂອງຕົນໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດ ເຊັ່ນ: ໄດ້ເຄື່ອນໄຫວວຽກງານວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ 740 ຄັ້ງ, ປ້ອງກັນຄະນະຜູ້ແທນຂັ້ນສູງ 48 ຄະນະ, ກວດກາເຄມີທາດແຕກ 39 ຄັ້ງ, ປ້ອງກັນປະຈໍາທີ 11,036 ຄັ້ງ, ປ້ອງກັນແຂກເຂົ້າຊົມຫໍພິພິທະພັນໄກສອນ ພົມວິຫານ, ອານຸສອນສຸພານຸວົງ ແລະ ອານຸສອນສະຖານ ໜູຮັກ ພູມສະຫວັນ.

ສໍາລັບທິດທາງແຜນການໃນໄຕມາດ III ຄະນະພັກກອງບັນຊາການ ຈະໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນໍາພາແຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ເປັນປົກກະຕິ, ສືບຕໍ່ຊຸກຍູ້ຊີ້ນໍາບັນດາໜ່ວຍພັກ ຖືເອົາການສຶກສາອົບຮົມ ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນພັກ, ພາຍໃນກໍາລັງໃຫ້ມີຄວາມສະຫງົບໂດຍພື້ນຖານ, ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິຂອງກົມການເມືອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການປ້ອງກັນສູນກາງໃຫ້ປະກົດຜົນເປັນຈິງ, ສືບຕໍ່ນໍາພາບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ຕິດພັນກັບການຄັດເລືອກກົມກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2018 ໃຫ້ທັນກໍານົດເວລາທີ່ ຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ກໍານົດໄວ້.

ກອງປະຊຸມ, ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ໃຫ້ບັນດາໜ່ວຍພັກອ້ອມຂ້າງອົງຄະນະພັກກອງບັນຊາການປ້ອງກັນສູນກາງ ຄື: ໜ່ວຍພັກຫ້ອງການເມືອງ, ຫ້ອງການ, ຫ້ອງເສນາ, ກອງຮ້ອຍ 1, ກອງຮ້ອຍ 6, ກອງຮ້ອຍ 8, ກອງຮ້ອຍ 10, ກອງຮ້ອຍ 11, ໜ່ວຍພັກກອງຮ້ອຍເຕັກນິກ-ຍຸດໂທ ແລະ ໜ່ວຍພັກອຸປະໂພກ-ການເງິນ, ໂດຍ ພັອ ຄໍາເຄື່ອງ ບຸນວິໄລ.