ກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2018 ຈັດຂຶ້ນໃນວັນທີ 3 ກໍລະກົດ 2018 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ການຍົກລະດັບການບໍລິໂພກ ແລະ ການພັດທະນາການທ່ອງທ່ຽວ”, ເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຕາງໜ້າເຈົ້າໜ້າທີ່ສື່ມວນຊົນຈາກອົງການສື່ມວນຊົນ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ແຂກຮັບເຊີນ ແລະ ສື່ມວນຊົນຈາກ 6 ປະເທດເຂົ້າຮ່ວມ.

ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າຄະນະບັນນາທິການ ໜັງສືພິມພາສາຕ່າງປະເທດ ກ່າວວ່າ: ສປປ ລາວ ໄດ້ຈັດປີທ່ອງທ່ຽວລາວແລ້ວ 2 ຄັ້ງ ໃນປີ 1999-2000 ແລະ ປີ 2011-2012 ແລະ ນັບແຕ່ເວລານັ້ນເປັນຕົ້ນມາ ໄດ້ເຮັດໃຫ້ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມາຮອດວປີ 2015 ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍກວ່າ 4.6 ລ້ານເທື່ອຄົນ ແລະ ມີລາຍຮັບຈາກການທ່ອງທ່ຽວໄດ້ກ້າວກະໂດດຂຶ້ນຫຼາຍກວ່າ 725 ລ້ານໂດລາສະຫະລັດ, ຊຶ່ງຈັດຢູ່ໃນອັນດັບ 3 ຖັດຈາກລາຍຮັບການສົ່ງອອກຂອງ ສປປ ລາວ; ມາປີ 2017 ຈຳນວນນັກທ່ອງທ່ຽວເຂົ້າລາວມີ 3.868.431 ເທື່ອຄົນ ໃນນີ້, ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກປະເທດໄທ; ໂດຍອີງຕາມສະຖິຕິປີ 2017 ສປປ ລາວ ມີແຫຼ່ງທ່ອງທ່ຽວທັງໝົດ 2.104 ແຫ່ງ, ໃນນີ້ມີແຫຼ່ງທຳມະຊາດທັງໝົດ 1.194 ແຫ່ງ, ວັດທະນະທຳ 628 ແຫ່ງ ແລະ ທາງປະຫວັດສາດ 282 ແຫ່ງ.

ສຳລັບປີທ່ອງທ່ຽວລາວປີ 2018 ນີ້ ຕາມແຜນການແມ່ນຈະພະຍາຍາມດຶງດູດນັກທ່ອງທ່ຽວເຂົ້າມາບໍ່ໃຫ້ຫຼຸດ 5 ລ້ານຄົນ ແລະ ສ້າງລາຍຮັບເຂົ້າມາໃຫ້ໄດ້ປະມານ 900 ລ້ານໂດລາ ແລະ ຮອດປີ 2020 ຄາດຄະເນຈະດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຢູ່ ສປປ ລາວ ໃຫ້ໄດ້ເຖິງ 6.2 ລ້ານຄົນ ແລະ ຈະສ້າງລາຍຮັບໃຫ້ເຖິງ 993 ກວ່າລ້ານໂດລາ; ເຊິ່ງແຜນການໃນປີ 2016-2025 ອາຊຽນໄດ້ສ້າງແຜນຍຸດທະສາດການທ່ອງທ່ຽວຕາມວິໄສທັດທີ່ວ່າ: ໃນປີ 2025 ອາຊຽນຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ, ມີເອກະລັກສະເພາະ, ມີຄວາມຫຼາກຫຼາຍ ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບມີຄວາມຮັບຊອບ, ມີຄວາມຍື່ນຍົງ, ມີສ່ວນຮ່ວມ ແລະ ເທົ່າທຽມກັນ ເພື່ອເປັນການປະກອບສ່ວນສຳຄັນໃຫ້ແກ່ຄວາມຜາສຸກທາງດ້ານເສດຖະກິດ-ສັງຄົມຂອງປະຊາຊົນອາຊຽນ ພ້ອມທັງໂຄສະນາປະສາສຳພັນ ໂດຍການດຶງດູດໃຫ້ຄົນພາຍໃນ ແລະ ຕ່າງປະເທດມາທ່ຽວຊົມລາວຢ່າງຕໍ່ເນື່ອງ, ໄດ້ມາສຳຜັດກັບຮີດຄອງປະເພນີ ແລະ ປະຕິມະກຳທີ່ເປັນເອກະລັກ ສື່ມວນຊົນ ລວມທັງໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ໂດຍການສ້າງຄໍລຳ, ສ້າງລາຍການທ່ອງທ່ຽວ ເພື່ອໂຄສະນາເຜີຍແຜ່ແຫຼ່ງທ່ອງທ່ຽວ ແລະ ເທດສະການອື່ນ ເພື່ອເຮັດໃຫ້ ສປປ ລາວ ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຫຼັກຈາກນັ້ນ, ຍັງໄດ້ສົນທະນາຫາລືພາຍໃຕ້ຫົວຂໍ້ ຄຸນຄ່າຫຼັກ ແລະ ການຫັນປ່ຽນຂອງສື່ ເພື່ອສ້າງກົນໄກ, ສ້າງຈຸດປະສານງານ ເພື່ອສະໜອງຂໍ້ມູນຂ່າວສານດ້ານການທ່ອງທ່ຽວໃຫ້ທົ່ວເຖິງ, ເອົາໃຈໃສ່ແກ້ໄຂບັນຫາຕ່າງໆທີ່ເປັນອຸປະສັກກີດຂວາງການເຊື່ອມໂຍງຕໍ່ກັບການທ່ອງທ່ຽວໃນທຸກລະດັບ ຮັບປະກັນແກ້ໄຂໄດ້ຢ່າງວ່ອງໄວ, ທັນກັບເຫດການ ແລະ ສະພາບການໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບໝາກຜົນສູງສຸດ.