ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນນະຄອນ ແລະ 6 ຕົວເມືອງ ແຂວງສະຫວັນນະເຂດ ໃນໄລະຍະ 2 ເດືອນຜ່ານມາ ໃນວັນທີ 4 ກໍລະກົດ 2018 ເປັນປະທານໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຄະນະຮັບຜິດຊອບຊີ້ນຳວຽກງານກໍ່ສ້າງຮາກຖານໃນນະຄອນ ແລະ 6 ຕົວເມືອງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ກ່າວວ່າ: ຕະຫຼອດໄລຍະ 2 ເດືອນຜ່ານມາ ( ພຶດສະພາ-ກໍລະກົດ 2018 ) ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ພ້ອມທັງລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາ ແລະ ນຳພາຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ ກໍຄືນຳພາຈັດຕັ້ງແຜນການວຽກງານກໍ່ສ້າງຮາກຖານການເມືອງເປັນປົກກະຕິ ແລະ ເນື່ອງນິດລຽນຕິດ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ ຈົນເຮັດໃຫ້ອຳນາດການປົກຄອງບ້ານ, ອົງການຈັດຕັ້ງຕ່າງໆຂັ້ນບ້ານ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າໄດ້ຮັບການເຊື່ອໜັ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຫັນໄດ້ຄວາມສຳຄັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ມີຄວາມຕື່ນຕົວປະກອບສ່ວນໃຫ້ຄວາມຮ່ວມມືໄດ້ເປັນຢ່າງດີ, ເຊິ່ງສາມາດກຳສະຖິຕິຫົວໜ່ວຍທຸລະກິດຂອງຕ່າງປະເທດມີ 63 ແຫ່ງ, ຄົນຕ່າງປະເທດທີ່ມາລົງທຶນໃນດ້ານຕ່າງໆມີ 308 ຄົນ ຍິງ 42 ຄົນ, ຄົນຕ່າງປະເທດແຕ່ງງານກັບພົນລະເມືອງລາວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍມີ 75 ຄົນ ຍິງ 16 ຄົນ, ລັກລອບເຂົ້າເມືອງມີ 6 ຄົນ ຍິງ 4 ຄົນ, ວຽກງານແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ລັກຊັບພົນລະເມືອງມີ 16 ຄົນ, ຈັບຜູ້ຖືກຫາ 16 ຄົນ ຍິງ 1 ຄົນ; ໃນນີ້, ຊິງຊັບພົນລະເມືອງມີ 12 ຄົນ, ປຸ້ນຊັບມີ 58 ຄົນ ຍິງ 9 ຄົນ, ຄາດຕະກຳມີ 2 ຄົນ, ວຽກງານແກ້ໄຂສະພາບອາຊະຍາກຳທາງດ້ານຢາເສບຕິດ, ມີການລັກລອບຄ້າ-ຂາຍຢາເສບຕິດມີ 365 ຄົນ ຍິງ 13 ຄົນ, ຢຶດຂອງກາງຢາບ້າໄດ້ 105 ເມັດ, ວຽກງານແກ້ໄຂສະພາບຈະລາຈອນຕາມທ້ອງຖະໜົນຫຼວງ, ມີອຸບັດຕິເຫດ 13 ຄັ້ງ, ຄົນໄດ້ຮັບບາດເຈັບ 7 ຄົນ ຍິງ 2 ຄົນ, ເສຍຊີວິດ 1 ຄົນ ແລະ ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກວດກາ-ຄຸ້ມຄອງການເໜັງຕີງຂອງພົນລະເມືອງ ຄົນເພີ່ມມີ 709 ຄົນ ຍິງ 202 ຄົນ, ຄົນຫຼຸດມີ 70 ຄົນ ຍິງ 33 ຄົນ, ຄົນມາພັກເຊົາຊົ່ວຄາວມີ 2.075 ຄົນ ຍິງ 804 ຄົນ, ຄົນຕ່າງປະເທດມີ 655 ຄົນ ຍິງ 558 ຄົນ, ຄົນບໍ່ມີສັນຊາດມີ 12 ຄົນ ຍິງ 4 ຄົນ ແລະ ວຽກງານອື່ນໆ.

ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນປະກອບຄໍາຄິດຄໍາເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ຢ່າງກົງໄປ-ກົງມາ ແລະ ພ້ອມກັນສືບຕໍ່ທິດທາງແຜນການໃນ 4 ວຽກໃຫຍ່ ຄື: ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ວຽກງານປະສານຮ່ວມກັນປົກຄອງ, ພະແນກການກ່ຽວຂ້ອງທີ່ຂອງກອງບັນຊາການ ປກສ ແຂວງວາງອອກ.