ພິທີມອບ-ຮັບໂຄງການສື່ສານລະບົບແບບທັນສະໄໝໃຫ້ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2018 ເຂົ້າຮ່ວມໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ມີບັນດາຫົວໜ້າຫ້ອງ, 10 ກອງເມືອງ, ກອງພັນປ້ອງກັນເຄື່ອນທີ່ຕະຫຼອດຮອດພະນັກງານວິຊາການ ເຂົ້າຮ່ວມ.

ໃນພິທີ, ພັທ ແສງປະເສີດ ສຸທຳມະວົງ ຮອງກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານແຜນໂຄງການລະບົບສື່ສານ (ໂຟນີ) ແບບທັນສະໄໝ ພ້ອມຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງລະບົບດັ່ງກ່າວໃນການສື່ສານ, ການບັນຊາຂອງຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ ເມືອງ ກໍຄືໃນຂອບເຂດທົ່ວປະເທດ ດ້ວຍລະບົບສາຍສົ່ງ ເພື່ອເຮັດໃຫ້ການສື່ສານພົວພັນປະສານງານກ່ຽວກັບການເຮັດວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມໃຫ້ມີຄວາມສະດວກທັນສະໄໝ ແລະ ວ່ອງໄວຂຶ້ນກວ່າເກົ່າ; ໂຄງການໃນນີ້ ມີ 150 ຈຸດ ໃນຂອບເຂດທົ່ວປະເທດ ລວມມູນຄ່າທັງໝົດ 44 ລ້ານກວ່າໂດລາສະຫະລັດ;ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຕິດຕັ້ງຢູ່ກອງບັນຊາ ການ ປກສ ແຂວງຈຳປາສັກ ແຕ່ວັນທີ 23 ມິຖຸນາ-1 ກໍລະກົດ 2018 ສຳເລັດ ໂດຍແມ່ນກົມສື່ສານ ກະຊວງ ປກສ ຮ່ວມກັບກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ Hy Tera ເປັນຜູ້ຕິດຕັ້ງ ລວມມີວິທະຍຸມືຖື (ໂຟນີ) ທັງໝົດ 270 ຊຸດ; ໃນນັ້ນ, ໄດ້ປະກອບໃຫ້ກອງບັນຊາການ ປກສ ແຂວງຈຳປາສັກ ມີ 256 ຊຸດ ແລະ ບັນດາກອງບັນຊາການ ປກສ ເມືອງ, ເມືອງລະ 10 ຊຸດ ເພື່ອເຮັດໃຫ້ການຕິດຕໍ່ສື່ສານສາມາດຕິດຕໍ່ຫາກັນໄດ້ພາຍໃນຂອບເຂດທົ່ວປະເທດ ໂດຍຜ່ານລະບົບສານສົ່ງການສື່ສານ; ໄດ້ມີການເຊັນມອບ-ຮັບໂຄງການສື່ສານດັ່ງກ່າວລະຫວ່າງ ພັທ ແສງປະເສີດ ສຸທຳມະວົງ ຮອງຫົວໜ້າກົມສື່ສານ ກະຊວງ ປກສ ເປັນຜູ້ເຊັນມອບ ແລະ ພັທ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງຈຳປາສັກ ເປັນຜູ້ເຊັນຮັບ.

ໃນຕອນທ້າຍ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຍັງໄດ້ຍົກໃຫ້ເຫັນລະບົບການສື່ສານ ແມ່ນມີຄວາມຈຳເປັນໃນການຄຸ້ມຄອງນຳໃຊ້ຂອງຄະນະພັກ-ຄະນະບັນຊາ ເຂົ້າໃນວຽກງານວິຊາສະເພາະ ເພື່ອຈະໄດ້ມີການຕິດຕໍ່ປະສານສົມທົບໃນການສື່ສານດ້ານວຽກງານຕ່າງໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ເກີດປະສິດທິຜົນສູງສຸດຕາມທີ່ໄດ້ກຳນົດໄວ້.