ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ແລະ ກົມຕໍາຫຼວດຄຸມຂັງ-ດັດສ້າງ ( ກົມ 515 ) ກະຊວງ ປກສ ໄດ້ດຳເນີນກອງປະຊຸມແລກປ່ຽນບົດຮຽນວຽກງານຫ້ອງການຮ່ວມກັນເປັນຄັ້ງທໍາອິດ ເພື່ອເປັນການຖອດຖອນປະສົບການຂອງການຈັດຕັ້ງປະຕິບັດວຽກງານບໍລິຫານ ແລະ ຫ້ອງການປິ່ນອ້ອມກົມ ແນໃສ່ເຮັດໃຫ້ການປະຕິບັດວຽກງານທັງສອງກົມໄດ້ຮັບໝາກຜົນ ໃນວັນທີ 5 ກໍລະກົດ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມ 509 ແລະ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມ 515 ມີຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງທັງສອງຫ້ອງການເຂົ້າຮ່ວມ.

ໃນພິທີ, ພັຕ ສີອໍາພອນ ອິນແກ້ວ ຫົວໜ້າຫ້ອງການກົມ 515 ໄດ້ຍົກໃຫ້ເຫັນວ່າຫ້ອງການກົມ 515 ມີພາລະບົດບາດເປັນເສນາທິການຫຼັກໃຫ້ແກ່ຄະນະພັກ-ຄະນະກົມໃນການເກັບກໍາສັງລວມສະພາບ, ຄົ້ນຄວ້າກໍານົດແຜນການເຄື່ອນໄຫວວຽກງານລວມຂອງກົມ, ຄົ້ນຄວ້າກວດກາ, ປັບປຸງ, ດັດແກ້ເອກະສານທາງການຂອງກົມ, ຄົ້ນຄວ້ານິຕິກໍາຮັບໃຊ້ວຽກງານບໍລິຫານ, ຮັບໃຊ້ວຽກງານວິຊາສະເພາະ, ກວດກາຕິດຕາມເອກະສານຂາເຂົ້າ-ຂາອອກພາຍໃນກົມ, ຄຸ້ມຄອງເກັບມ້ຽນເອກະສານທາງການຂອງກົມ, ຂຶ້ນແຜນປະກອບອຸປະກອນເຄື່ອງຮັບໃຊ້ຫ້ອງການໃຫ້ບັນດາພະແນກ, ຄ້າຍ ແລະ ຄຸ້ມຄອງກວດກາການນໍາໃຊ້ເຄື່ອງດັ່ງກ່າວ, ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ພົວພັນການຕ່າງປະເທດຂອງກົມ; ເຊິ່ງປະກອບມີ 3 ໜ່ວຍງານ ຄື: ໜ່ວຍງານຄົ້ນຄວ້າສັງລວມ ແລະ ພົວພັນຕ່າງປະເທດ, ໜ່ວຍງານບໍລິຫານ, ໜ່ວຍງານຄຸ້ມຄອງເອກະສານ ແລະ ຂາເຂົ້າ-ຂາອອກ, ປັດຈຸບັນກໍາລັງສະເໜີສ້າງຕັ້ງໜ່ວຍງານພົວພັນຕ່າງປະເທດເພີ່ມ.

ໃນໄລຍະຜ່ານມາ, ຫ້ອງການກົມ 515 ໄດ້ເອົາໃຈໃສ່ປັບປຸງຄຸ້ມຄອງເອກະສານຜ່ານປະຕູດຽວ ໝາຍຄວາມວ່າ ທຸກໆເອກະສານທີ່ເຂົ້າມາກົມຕ້ອງຜ່ານຫ້ອງການກວດກາ, ແຈກຢາຍ, ຄົ້ນຄວ້າ ແລະ ສະເໜີທັດສະນະຄໍາເຫັນຕໍ່ເອກະສານດັ່ງກ່າວ ເພື່ອໃຫ້ຂັ້ນເທິງພິຈາລະນາ, ເກັບສໍາເນົາເອກະສານຂາອອກ-ຂາເຂົ້າໝາຍວ່າທຸກໆເອກະສານທີ່ເຂົ້າ ແລະ ອອກຂອງກົມແມ່ນໄດ້ກ໋ອບປີສໍາເນົາໄວ້, ໄດ້ຄົ້ນຄວ້າສັງລວມ, ຮ່າງບັນດາເອກະສານຕ່າງໆຂອງກົມມີຄວາມວ່ອງໄວທັນກັບສະພາບການ ແລະ ຄຸ້ມຄອງ, ກວດກາບັນດາເຄື່ອງຮັບໃຊ້ຫ້ອງການໄດ້ດີ ແລະ ມີຜົນສໍາເລັດໂດຍພື້ນຖານ.

ໃນຕອນທ້າຍ, ຫົວໜ້າກົມທັງສອງ ໄດ້ຍ້ອງຍໍຊົມເຊີຍຕໍ່ຫົວໜ້າຫ້ອງການທັງສອງກົມທີ່ໄດ້ມີການແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້ເປັນຄັ້ງທໍາອິດ ເຊິ່ງເປັນນິມິດໝາຍທີ່ດີໃນການປະຕິບັດວຽກງານບໍລິຫານ ແລະ ວຽກງານຫ້ອງການໃຫ້ມີຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ ພ້ອມທັງຊົມເຊີຍຕໍ່ຜົນງານຫ້ອງການຂອງທັງສອງກົມທີ່ໄດ້ຈັດຕັ້ງປະຕິບັດຈົນໄດ້ຮັບຜົນສໍາເລັດຕາມຄາດໝາຍ ພ້ອມນີ້ຍັງໄດ້ເນັ້ນໃຫ້ຫົວໜ້າຫ້ອງການທັງສອງກົມ ຈົ່ງສືບຕໍ່ຂຶ້ນແຜນແລກປ່ຽນບົດຮຽນວຽກງານຫ້ອງການໃນຄັ້ງຕໍ່ໄປ ເພື່ອເປັນການປັບປຸງວຽກງານຄົ້ນຄວ້າ, ບໍລິຫານ, ຮັບໃຊ້ວຽກງານວິຊາສະເພາະ ກໍຄືການເປັນເສນາທິການໃຫ້ຄະນະພັກ-ຄະນະກົມໃຫ້ມີຄວາມວ່ອງໄວ, ທັນສະພາບການ ແລະ ຜົນສໍາເລັດ.