ອາການເຈັບທ້ອງປະຈຳເດືອນ ບັນຫາຂອງແມ່ຍິງຫຼາຍໆຄົນທີ່ຕ້ອງທົນທຸກທໍລະມານທຸກເດືອນ ເມື່ອຮອບປະຈຳເດືອນມາ ແຕ່ມື້ນີ້ເຮົາມິວິທີປິ່ນປົວອາການດັ່ງກ່າວໄດ້ ດ້ວຍການນຳເອົາຫົວສີໄຄມາຕົ້ມນ້ຳດື່ມ, ເຊິ່ງມີຂັ້ນຕອນການປະຕິບັດດັ່ງລຸ່ມນີ້:

ສ່ວນປະສົມ: ຫົວສີໄຄ 5 ຕົ້ນໃຊ້ທັງໃບລ້າງນ້ຳໃຫ້ສະອາດ, ນ້ຳສະອາດ 1 ລິດ, ເກືອ 5 ບ່ວງຊາ, ນໍາສ່ວນປະສົມທັງ ໝົດຕົ້ມໃນນ້ຳຈົນເຫຼືອນ້ຳ 1/3 ສ່ວນ, ດື່ມນໍ້າຕົ້ມນັ້ນ 3 ຄັ້ງ (ເຊົ້າ-ກາງ­ເວັນ ແລະ ຄ່ຳ) ຄັ້ງລະ 1 ຈອກ ຫຼື 250 ຊີຊີ ຈະບັນເທົາອາການເຈັບທ້ອງ ແລະ ເຊົາເຈັບໄດ້.

ຫົວສີໄຄເປັນຢາຮັກສາພະຍາດຫືດ, ແກ້ເຈັບທ້ອງ, ຂັບຍ່ຽວຮັກສາພະຍາດທ້ອງອືດ ແລະ ແກ້ໜິ້ວ, ບຳລຸງຮ່າງກາຍ, ຊ່ວຍຫຼຸດຄວາມດັນເລືອດສູງ, ແກ້ໄຂ້, ຮາກໃຊ້ແກ້ໄຂ້, ເຈັບທ້ອງ, ຖອກທ້ອງ, ຕົ້ນໃຊ້ຂັບລົມເບື່ອອາຫານ, ແກ້ຜົມແຕກປາຍ, ລະບົບຂັບຍ່ຽວ ແລະ ໜິ້ວ. ນອກນັ້ນ, ເພິ່ນຍັງໃຊ້ຫົວສີໄຄຂົ້ວໃຫ້ເຫຼືອງ ແລ້ວນຳເອົາໄປແຊ່ນ້ຳ ດື່ມແກ້ອາການປັດສະວະບໍ່ສະດວກໄດ້ດີ.