ທ້າວໂລວັນຢາງ ອາຍຸ 30 ປີ ຮ່ວມກັບເມຍ ຊື່ ນາງ ບຸນແສງ ອາຍຸ 28 ປີ ຢູ່ບ້ານຈອມທອງ ເມືອງຄຳ ແຂວງຊຽງ ຂວາງ ແລະ ນ້ອງຊາຍ ໂຄສະນາກູ້ຢືມເງິນນໍາປະຊາຊົນຢູ່ແຂວງຊຽງຂວາງ ແລະ ຫົວພັນ ໂດຍອ້າງຈະໃຫ້ອັດຕາ ດອກເບ້ຍທີ່ສູງ ເຮັດໃຫ້ປະຊາຊົນຫຼາຍຄົນຫຼົງເຊື່ອ ຢືມລວມ 4 ຕື້ກວ່າກີບ. ພາຍຫຼັງໄດ້ເງິນແລ້ວ ພວກກ່ຽວກໍ ເອົາຕົວຫຼົບໜີໄປ ແຕ່ສຸດທ້າຍກໍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ.

ເຈົ້າໜ້າທີ່ພະເເນກຕໍາຫຼວດປ້ອງກັນເສດຖະກິດ ປກສ ແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ ວັນທີ 21 ພຶດສະພາ 2018, ໄດ້ຮັບເເຈ້ງຄວາມຈາກປະຊາຊົນຜູ້ຖືກເສຍຫາຍຢູ່ເມືອງຄໍາ, ເມືອງພູກູດ, ແຂວງຊຽງຂວາງ ແລະ ປະຊາຊົນເມືອງ ຫົວເມືອງແຂວງຫົວພັນ ວ່າ: ໃນຕົ້ນເດືອນ ເມສາ 2016 ເປັນຕົ້ນມາ, ໄດ້ມີຄູ່ຜົວ-ເມຍໜຶ່ງ ຄື ນາງ ບຸນແສງ ແລະ ທ້າວ ໂລວັນຢາງ ພ້ອມກັບນ້ອງຊາຍຂອງຜູ້ເປັນຜົວຊື່ ທ້າວ ໂລວັນຢົນ ອາຍຸ 26 ປີ ຢູ່ບ້ານຊຽງຕໍາ ເມືອງກິເຊີນ ແຂວງເຫງະອານ ປະເທດຫວຽດນາມ ໄດ້ໄປເລາະໂຄສະນາວ່າ ຖ້າຜູ້ໃດໃຫ້ກູ້ຢືມເງິນແມ່ນຈະສົ່ງຕົ້ນທຶນ ພ້ອມກັບ ຕອບແທນດ້ວຍຄິດໄລ່ດອກເບ້ຍສູງ ຈຶ່ງເຮັດໃຫ້ປະຊາຊົນຫຼົງເຊື່ອ ແລະ ມີຜູ້ໃຫ້ກູ້ຢືມເງິນຈໍານວນຫຼາຍ, ເຊິ່ງລວມ ເປັນເງິນທັງໝົດ 4 ຕື້ 52 ລ້ານກີບ. ພາຍຫຼັງໄດ້ເງິນຈໍານວນດັ່ງກ່າວ, ພວກກ່ຽວບໍ່ສົ່ງຕົ້ນທຶນ ແລະ ດອກເບ້ຍຄືນ ໃຫ້ແກ່ປະຊາຊົນຕາມສັນຍາ ພ້ອມຍັງໄດ້ເອົາຕົວຫຼົບໜີ. ພາຍຫຼັງໄດ້ຮັບແຈ້ງຄວາມ, ເຈົ້າໜ້າທີ່ຈຶ່ງໄດ້ປະສານຫາ ພາກສ່ວນທີ່ກ່ຽວຂ້ອງ ແລະ ຕິດຕາມຈັບຕົວພວກກ່ຽວດໍາເນີນຄະດີ ໃນວັນທີ 31 ພຶດສະພາ 2018.

ຜ່ານການສືບສວນ-ສອບສວນ, ພວກກ່ຽວຮັບສາລະພາບວ່າ: ພວກກ່ຽວໄດ້ພ້ອມກັນເຄື່ອນໄຫວໂຄສະນາກູ້ຢືມເງິນ ໄລຍະສັ້ນໂດຍໃຫ້ດອກເບ້ຍສູງ ຢູ່ເມືອງຄໍາ, ເມືອງພູກູດ ແຂວງຊຽງຂວາງ ແລະ ເມືອງຫົວເມືອງ ແຂວງຫົວພັນ ໂດຍມີປະຊາຊົນຫຼົງເຊື່ອ ແລະ ຖືກເສຍຫາຍ ຈໍານວນ 67 ຄອບຄົວ; ໄດ້ເງິນຈໍານວນ 4 ຕື້ 52 ລ້ານກີບ. ສໍາລັບ ແບບຮູບການກູ້ຢືມເງິນແມ່ນໄດ້ສ້າງບົດບັນທຶກການກູ້ຢືມ ໂດຍມີທີ່ດິນ ແລະ ເຮືອນເປັນຫຼັກຊັບຄໍ້າປະກັນພ້ອມລົງ ລາຍເຊັນເປັນລາຍລັກອັກສອນ ໂດຍແມ່ນທ້າວ ໂລວັນຢາງ ແລະ ນາງ ບຸນແສງ ເປັນຄົນກຽມຮ່າງເອກະສານໃບກູ້ ຢືມເງິນ ສ່ວນທ້າວ ໂລວັນຢົນ ຜູ້ເປັນນ້ອງຊາຍ ແມ່ນເປັນຄົນຮັບເງິນ ພ້ອມທັງເອົາໃບສັນຍາກູ້ຢືມໄປໃຫ້ເຈົ້າຂອງ ເງິນເຊັນ. ໃນໄລຍະທໍາອິດ, ພວກກ່ຽວໄດ້ສົ່ງຕົ້ນທືນພ້ອມດອກເບ້ຍຄືນໃຫ້ເຈົ້າໜີ້ເປັນປົກກະຕິ. ແຕ່ມາຮອດ   ໄລຍະ ໜຶ່ງ, ພວກກ່ຽວໄດ້ລະເມີດສັນຍານ; ບໍ່ສົ່ງທັງຕົ້ນທັງດອກ ແລະ ຍັງເອົາຕົວຫຼົບໜີ.