ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ເຂົ້າຈັບຕົວ ເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງ 5.000 ກວ່າເມັດ, ກ່ອນນໍາກໍາລັງກວດຄົ້ນເຮືອນຜູ້ຮ່ວມ ຂະບວນການນໍາກັນພົບຢາບ້າຫຼາຍກວ່າເກົ່າ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 25 ມິຖຸນາ 2018, ໄດ້ຕິດຕາມຈັບຕົວ ທ້າວ ຈັນດີ ຫຼື ມໍ ອາຍຸ 45 ປີ ປະຊາຊົນ ບ້ານດອນໃໝ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມຂອງກາງຢາບ້າ ຈໍານວນ 5,903 ເມັດ, ໂທລະສັບ 1 ເຄື່ອງ, ລົດ ໃຫຍ່ 1 ຄັນ, ຍີ່ຫໍ້ ເກຍ ( kia) ສີຂາວ ໝາຍເລກທະບຽນ ກທ 2134 ກໍາແພງນະຄອນ, ໃນຂະນະທີ່ເອົາຢາ ບ້າໄປຂາຍ ໃຫ້ຜູ້ຮ່ວມຂະບວນການຢູ່ເຂດບ້ານນໍ້າເຮ້ຍ-ບ້ານສົມສະຫວັນ ເມືອງພຽງ.
ສືບເນື່ອງມາຈາກການຈັບຕົວ ທ້າວ ຈັນດີ ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍ ຜົນຫາຜູ້ຮ່ວມຂະບວນການນໍາກັນ ໂດຍຢາບ້າຈໍານວນດັ່ງກ່າວ ຊື້ມາຈາກ ທ້າວ ເຊ່ຍຄູ່ ໝູ່ຫວາ ອາຍຸ 28 ປີ ຢູ່ບ້ານປ່າຊາງ ເມືອງຄອບ ແຂວງໄຊຍະ ບູລີ.
ຈາກນັ້ນ, ໃນວັນດຽວກັນນີ້ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໄດ້ສົມທົບກັບ ປກສ ເມືອງຄອບ ເຂົ້າຈັບຕົວ ທ້າວ ເຊ່ຍຄູ່ ພ້ອມທັງກວດຄົ້ນເຮືອນພົບເຫັນຂອງກາງຢາບ້າ ຈໍານວນ 18.000 ເມັດ, ໂທລະສັບ 1 ເຄື່ອງ ໄປດໍາເນີນ ຄະດີ ຕາມລະບຽບກົດໝາຍ. ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງ 5.000 ກວ່າເມັດ, ກ່ອນ ນໍາກໍາລັງກວດຄົ້ນເຮືອນຜູ້ຮ່ວມຂະບວນການນໍາກັນ ພົບຢາບ້າຫຼາຍກວ່າເກົ່າ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 25 ມິຖຸນາ 2018, ໄດ້ຕິດຕາມຈັບຕົວທ້າວ ຈັນດີ ຫຼື ມໍ ອາຍຸ 45 ປີ ປະຊາຊົນ ບ້ານ ດອນໃໝ່ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ພ້ອມຂອງກາງຢາບ້າ ຈໍານວນ 5,903 ເມັດ, ໂທລະສັບ 1 ເຄື່ອງ, ລົດ ໃຫຍ່ 1 ຄັນ, ຍີ່ຫໍ້ ເກຍ ( kia) ສີຂາວ ໝາຍເລກທະບຽນ ກທ 2134 ກໍາແພງນະຄອນ, ໃນຂະນະທີ່ເອົາຢາບ້າໄປ ຂາຍໃຫ້ຜູ້ຮ່ວມຂະບວນການຢູ່ເຂດບ້ານນໍ້າເຮ້ຍ-ບ້ານສົມສະຫວັນ ເມືອງພຽງ.
ສືບເນື່ອງມາຈາກການຈັບຕົວ ທ້າວ ຈັນດີ ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍ ຜົນຫາຜູ້ຮ່ວມຂະບວນການນໍາກັນ ໂດຍ ຢາບ້າຈໍານວນດັ່ງກ່າວຊື້ມາຈາກ ທ້າວ ເຊ່ຍຄູ່ ໝູ່ຫວາ ອາຍຸ 28 ປີ ຢູ່ບ້ານປ່າຊາງ ເມືອງຄອບ ແຂວງໄຊຍະ ບູລີ.
ໃນວັນດຽວກັນ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໄດ້ສົມທົບກັບ ປກສ ເມືອງຄອບ ເຂົ້າຈັບຕົວ ທ້າວ ເຊ່ຍຄູ່ ພ້ອມ ທັງກວດຄົ້ນເຮືອນພົບເຫັນຂອງກາງຢາບ້າ ຈໍານວນ 18.000 ເມັດ, ໂທລະສັບ 1 ເຄື່ອງ ໄປດໍາເນີນຄະດີຕາມລະ ບຽບກົດໝາຍ.