ໃນສົກປີ 2018 ກະຊວງສຶກສາທິການ ແລະ ກິລາ (ກະຊວງ ສສກ) ໄດ້ຮັບການແບ່ງປັນໂກຕາຄູປະຈໍາປີຈາກລັດ ຖະບານ ຈໍານວນ 1.850 ໂກ ຕາ, ແຕ່ຍັງບໍ່ພຽງພໍຕາມຄວາມຕ້ອງການ ເພາະສົກປີນີ້ກະຊວງ ຕ້ອງການເກືອບ 20.000 ໂກຕາ. ແຕ່ໃນທາງກົງກັນຂ້າມ ຕາມການສໍາຫຼວດຄັ້ງຫຼ້າສຸດ ຍັງພົບຄູເຫຼືອບາງບ່ອນ ແລະ ເຫຼືອຕາມ ລາຍວິຊາ 9.000 ກວ່າຄົນ.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງ ສສກ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງ ຊາດໃນກອງປະຊຸມສະພາແຫ່ງຊາດ ຄັ້ງຫຼ້າສຸດວ່າ: ອີງຕາມການຖອດຖອນບົດຮຽນການຈັດຕັ້ງສອບເສັງບັນຈຸຄູ ລັດຖະກອນ ໃນຊຸມປີຜ່ານມາ ແລະ ອີງຕາມລົງສໍາຫຼວດລັດຖະກອນຄູ ແລະ ບໍລິຫານຂອງຂະແໜງສຶກສາທິການ ແລະ ກິລາໃນຕົ້ນປີ 2018 ນີ້; ເຊິ່ງຜ່ານມາ ແຕ່ລະປີ ກະຊວງ ສສກ ໄດ້ຈັດຕັ້ງການສອບເສັງລັດຖະກອນຄູ ແລະ ບໍລິຫານໃໝ່ຢູ່ຂັ້ນແຂວງ, ເມືອງ ແລະ ສະຖາບັນການສຶກສາຕ່າງໆ, ເຊິ່ງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບການ ສອບເສັງບັນຈຸແຕ່ລະຂັ້ນປະກອບດ້ວຍພະແນກ ສສຂ, ນະຄອນຫຼວງ, ພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຫ້ອງການ ສສມ, ເທດສະບານ ແລະ ໂຮງຮຽນ ໂດຍນໍາໃຊ້ຄັງຂໍ້ສອບຂອງກະຊວງ ສສກ.

ຜ່ານການຈັດຕັ້ງປະຕິບັດແຕ່ລະປີ ກໍໄດ້ມີການຖອດຖອນບົດຮຽນງວ່າ ຄູຈໍານວນທີ່ໄດ້ຮັບການບັນຈຸເຂົ້ານັ້ນບໍ່ຖືກ ຕ້ອງກັບວິຊາໂຮງຮຽນທີ່ຕ້ອງການ ແລະ ຄໍາສົ່ງຂ່າວອີກຂ້ອນຂ້າງຫຼາຍສົມຄວນວ່າ ຄູອາສາສະໝັກບໍ່ຄ່ອຍຜ່ານ ການສອບເສັງບັນຈຸ ຍ້ອນອອກມາຫຼາຍປີແລ້ວ ສ່ວນຫຼາຍຜູ້ທີ່ຜ່ານການສອບເສັງແມ່ນນັກຮຽນທີ່ຈົບໃໝ່ ແລະ ອື່ນໆ; ເຊິ່ງໃນຕົ້ນປີ 2018, ກະຊວງ ສສກ ໄດ້ ລົງສໍາຫຼວດລັດຖະກອນຄູ ແລະ ລວມທັງຄູອາສາສະໝັກໃນຈໍາ ນວນໂຮງຮຽນທັງໝົດ 12.744 ໂຮງຮຽນພົບວ່າຍັງ ມີຄວາມຕ້ອງການຄູທັງໝົດ 19.757 ຄົນ ແລະ ພ້ອມດຽວ ກັນນັ້ນ ພັດມີຄູເຫຼືອຢູ່ບາງບ່ອນ ເຫຼືອຕາມລາຍວິຊາຢູ່ 9.664 ຄົນ; ໃນໂກຕາປີ 2018 ຈໍານວນທີ່ແບ່ງໃຫ້ພະ ແນກ ສສຂ/ນວ ມີທັງໝົດ 1.683 ຄົນ, ສະຖາບັນການສຶກສາ 150 ຄົນ ແລະ 17 ຄົນ ແມ່ນບຸລິມະສິດນັກສຶກ ສາໃບປະກາດແດງ, ນັກກິລາທີມຊາດ ທີ່ໄດ້ຮັບຫຼຽນຈາກການແຂ່ງຂັນລະດັບຊາດ ແລະ ສາກົນ, ນັກສຶກສາລະດັບ ປະລິນຍາໂທ ແລະ ປະລິນຍາເອກ ຕາມວິຊາທີ່ຕ້ອງການພາຍຫຼັງ ຈັດຕັ້ງປະຕິບັດແລ້ວ ກະຊວງຈະໄດ້ມີການຕິດ ຕາມເບິ່ງການຈັດຕັ້ງປະຕິບັດ ຢູ່ແຕ່ລະແຂວງ, ເມືອງ, ສະຖາບັນການ ສຶກສາ ເພື່ອກວດເບິ່ງການປະຕິບັດຕົວ ຈິງໃນແຕ່ລະບ່ອນ.
ເຊິ່ງໃນປີນີ້, ກະຊວງ ສສກ ຕ້ອງ ການຄູ 19.757 ຄົນ ແຕ່ໄດ້ຮັບການແບ່ງປັນຈາກລັດຖະບານພຽງແຕ່ 1.800 ກວ່າຄົນ ເມື່ອມາສົມທຽບຖືວ່າຍັງບໍ່ ທັນພຽງພໍຕາມຄວາມຕ້ອງການ, ແຕ່ມາເບິ່ງຕົວຈິງ ພັດມີຄູເຫຼືອຢູ່ບາງບ່ອນ, ເຫຼືອ ຕາມລາຍວິຊາ 9.000 ກວ່າຄົນ ຖ້າເອົາມາລວມໃສ່ໂກຕາແບ່ງປັນຂອງລັດຖະບານມີຈໍານວນ 11.000 ກວ່າ ຄົນ ເຫັນວ່າຍັງຂາດປະມານ 6.000 ກວ່າຄົນ, ເຊິ່ງຄູເຫຼືອຈໍານວນດັ່ງກ່າວລ້ວນແລ້ວ ແຕ່ເປັນລັດຖະກອນຖາວອນ ໄດ້ຮັບເງິນເດືອນຈາກລັດຖະບານ; ດັ່ງນັ້ນ, ກະຊວງ ສສກ ຄວນໝູນໃຊ້ບຸກຄົນເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ ໃຫ້ມີ ການ ຍົກລະດັບບໍາລຸງວິຊາ ແລະ ມາສອນທີ່ວິຊາຄູບໍ່ພໍ ເພື່ອຫຼີກລ່ຽງການຮັບໂກຕາໃໝ່ໃນແຕ່ລະປີ.

ນອກຈາກຄູທີ່ເຫຼືອແລ້ວກໍຍັງສິ້ນເປືອງງົບປະມານລັດຖະບານອີກ ແລະ ຄວນລົງສໍາຫຼວດກກວດກາຄືນໃຫ້ລະ ອຽດເພື່ອຊອກໄດ້ເຫັນຄວາມຕ້ອງການຄູຂອງໂຮງຮຽນ ແລະ ວິຊາສອນທີ່ແທ້ຈິງ ເປັນການປົກປ້ອງບໍ່ໃຫ້ມີຄູ ເຫຼືອຢູ່ບາງສໍານັກງານໃຫຍ່, ແຕ່ບາງຂະແໜງການໂຮງຮຽນຍັງມີຄູບໍ່ພໍ, ສິ່ງເຫຼົ່ານີ້ ລ້ວນແລ້ວແຕ່ສົ່ງຜົນກະທົບ ເຖິງຜົນການຮຽນຂອງຂອງນັກຮຽນທີ່ມີຄວາມບໍ່ພໍເທົ່ານັ້ນ; ພ້ອມນັ້ນ, ໃນການ ເລືອກຄູ ກໍຄວນເລັງໃສ່ຜູ້ທີ່ຮຽນ ເກັ່ງ, ຄູສອນດີ, ສອນເກັ່ງ ເພື່ອມາສອນນັກຮຽນ-ນັກສຶກສາໃຫ້ມີຄຸນນະພາບ.

ທ່ານລັດຖະມົນຕີ ສສກ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນການບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ຂອງຂະແໜງ ສສກ ຕາມລະບຽບ, ຕາມຄໍາສັ່ງ ຂອງລັດຖະບານ, ຮັບປະກັນມີຄຸນນະພາບ, ມີຄວາມເອກະພາບ, ຄວາມໂປ່ງໃສ, ຍຸຕິທໍາ, ຄັດເລືອກໄດ້ຜູ້ທີ່ຮຽນເກັ່ງ, ມີພອນສະຫວັນ, ມີຄຸນສົມບັດດີ, ຮັກອາຊີບຄູ ແລະ ສອດຄ່ອງກັບຄວາມ ຕ້ອງການຄູຕົວຈິງໃນແຕ່ລະຊັ້ນ, ຕາມສາຍ, ຕາມລາຍວິຊາທີ່ຍັງຂາດຄູ ແລະ ຫຼີກລ່ຽງຫາງສຽງຈົ່ມວ່າຈາກໂຮງຮຽນ ແລະ ສັງຄົມ ພ້ອມທັງຮັບປະກັນການສະ ໜອງຄູໃຫ້ເຂດຫ່າງໄກສອກຫຼີກບ່ອນທີ່ຂາດແຄນຕາມຂໍ້ມູນຜົນສໍາຫຼວດ ຄູ ຕົ້ນປີ 2018 ນີ້, ຄະນະປະຈໍາພັກກະ ຊວງ, ຄະນະລັດຖະມົນຕີ ຈຶ່ງໄດ້ປຶກສາຫາລືອອກແຈ້ງການສະເພາະຂອງ ຂະແໜງ ສສກ ສະບັບເລກທີ 302/ສສກ ແລະ ເລກທີ 526/ສສກ ເພື່ອ ຈັດຕັ້ງປະຕິບັດ ໂດຍໃຫ້ໂຮງຮຽນເປັນ ຜູ້ຄັດເລືອກຕາມຄວາມຕ້ອງການຕົວຈິງຂອງຕົນ ຈັດລຽງບຸລິມະສິດຄູອາສາສະໝັກທີ່ສອນມາຫຼາຍປີ ແລະ ເປັນຜູ້ ທີ່ໄດ້ຜ່ານການສອບເສັງປະເມີນຮຽບຮ້ອຍແລ້ວ ຈຶ່ງສົ່ງໃຫ້ເມືອງ, ຈັດບຸລິມະສິດ ແລ້ວສົ່ງໃຫ້ແຂວງ, ແຂວງກວດ ກາຄືນແລ້ວສົ່ງໃຫ້ກະຊວງ ເພື່ອສົມທຽບກັບຂໍ້ມູນການລົງສໍາຫຼວດ; ຈາກນັ້ນ, ຈຶ່ງມີກອງປະຊຸມຄະນະຮັບຜິດຊອບ ຂັ້ນກະຊວງ ເພື່ອແບ່ງຄືນໂກຕາ ໃຫ້ແຕ່ລະແຂວງຕາມເຫັນສົມຄວນ ເພື່ອໃຫ້ແຂວງດໍາເນີນການສອບເສັງ ຫຼື ຄັດ  ເລືອກໃນຂັ້ນຕໍ່ໄປ.