ເຈົ້າໜ້າທີ່ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ເປີດເຜີຍວ່າ: ມີອຸບັດຕິເຫດເກີດຂຶ້ນເປັນຈຳນວນຫຼວງຫຼາຍ ເນື່ອງຈາກວ່າຜູ້ຂັບຂີ່ຈຳນວນໜຶ່ງຖືເບົາ, ຂາດວິໄນຕໍ່ການປະຕິບັດກົດລະບຽບການສັນຈອນ ເປັນຕົ້ນແມ່ນການ ຂັບຂີ່ລົດໄວເກີນກຳນົດ, ບໍ່ໃສ່ໝວກກັນກະທົບ, ຕັ້ງກຸ່ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ, ລ້ຽວບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ ໃນການໃຊ້ລົດ-ໃຊ້ຖະໜົນ ແລະ ຈອດລົດຊະຊາຍຕາມເສັ້ນທາງ ເຊິ່ງມັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ແລະ ເປັນສາເຫດທີ່ ໃຫ້ເກີດອຸບັດຕິເຫດ.
ຮອ ຄີງໝັ້ນ ບຸນລະຢອງ ຮອງພະແນກຕຳຫຼວດ ຜູ້ຊີ້ນຳວຽກງານຈະລາຈອນ ປກສ ເມືອງນາແລ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2018 ຜ່ານມາ, ທົ່ວເມືອງນາ ແລະ ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 9 ຄັ້ງ, ລົດຈັກ ຕໍາລົດຈັກ 4 ເລື່ອງ , ລົດໃຫຍ່ຕໍາລົດຈັກ 5 ເລື່ອງ ມີພາຫະນະເປ່ເພທັງໝົດ 8 ຄັນ, ເປ່ເພເລັກໜ້ອຍ 5 ຄັນ, ສົມຄວນ 3 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 8 ຄົນ ບາດເຈັບເລັກໜ້ອຍ 5 ຄົນ, ສົມຄວນ 2 ຄົນ ແລະ ເສຍ ຊີວິດ 1 ຄົນ. ລວມມູນຄ່າຄວາມເສຍຫາຍທັງໝົດ 97 ລ້ານກີບ. ສາເຫດຫຼັກທີ່ພາໃຫ້ ເກີດອຸບັດຕິເຫດຢູ່ພາຍ ໃນເມືອງນາແລ ແມ່ນຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມລະບຽບການສັນຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ ລົດໄວເກີນຂອບເຂດ.


ຮອ ຄີງໝັ້ນ ບຸນລະຢອ ໃຫ້ຮູ້ຕື່ມອີກວ່າ: ໃນ 6 ເດືອນທ້າຍປີ, ເຈົ້າໜ້າທີ່ວິຊາສະເພາະ ຈະສືບຕໍ່ເອົາໃຈໃສ່ວຽກງານ ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນດ້ວຍຫຼາຍຮູບການ ໂດຍສະເພາະແມ່ນບັນດາຈຸດ ໝວດໂຮງຮຽນ ແລະ ບ້ານ ທົ່ວເມືອງ. ພ້ອມທັງສືບຕໍ່ເຮັດວຽກງານດຳເນີນ ແລະ ແກ້ໄຂຄະດີທີ່ເກີດຂຶ້ນໃຫ້ວ່ອງໄວ, ຖືກຕ້ອງ ແລະ ເປັນທຳ, ສືບຕໍ່ເຮັດວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ໃຫ້ລະອຽດຈະແຈ້ງຖືກຕ້ອງຕາມ ຫຼັກວິຊາສະເພາະຢ່າງເຂັ້ມງວດ.
ໂອກາດນີ້, ເຈົ້າໜ້າທີ່ໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນທຸກທົ່ວໜ້າ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະ ບຽບການສັນຈອນຢ່າງເຂັ້ມງວດ ມີສະຕິໃນການຂັບຂີ່ລົດ, ດື່ມສີ່ງມຶນເມົາແລ້ວ ຫ້າມຂັບຂີ່ລົດຢ່າງເດັດຂາດ, ຮູ້ໃຫ້ກຽດເຊິ່ງກັນແລະກັນໃນການໃຊ້ລົດໃຊ້ຖະ ໜົນ ເພື່ອແນໃສ່ເຮັດໃຫ້ຄະດີອຸບັດຕິເຫດທີ່ເກີດຂຶ້ນທົ່ວເມືອງ ນາແລ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.