ມາດຕະການຫຼຸດຜ່ອນຈະລາຈອນແອອັດ ແລະ ອຸບັດຕິເຫດຕາມທ້ອງຖະໜົນໃນນະຄອນຫຼວງວຽງຈັນ ໃຫ້ຫຼຸດ ໜ້ອຍຖອຍລົງ ການບັງຄັບໃຊ້ກົດໝາຍກໍເປັນອີກວຽກງານໜຶ່ງທີ່ຖືກຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງ,  ເຊິ່ງໃນ 6 ເດືອນ ຕົ້ນປີນີ້ ເຈົ້່າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສຸມໃສ່ວຽກງານວິຊາສະເພາະຢ່າງເຂັ້ມງວດ ສາມາດກວດພົບຜູ້ລະ ເມີດລະບຽບກົດໝາຍເປັນຈໍານວນຫຼວງຫຼາຍ ພົ້ນເດັ່ນແມ່ນການລ໋ອກລົດໄດ້ 400 ກວ່າຄັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນວ ເປີດເຜີຍວ່າ: ໃນຕະຫຼອດໄລຍະ 6 ເດືອນທີ່ຜ່ານມາ, ສະຕິຄວາມ ເປັນເຈົ້າການໃຊ້ການນໍາໃຊ້ລົດ-ໃຊ້ຖະໜົນຍັງເຮັດບໍ່ທັນໄດ້ ດີເທົ່າທີ່ຄວນ ເພາະຕາມການປະຕິບັດຂອງເຈົ້າໜ້າທີ່ ຍັງກວດພົບມີຜູ້ລະເມີດລະບຽບກົດໝາຍໄດ້ເປັນຈໍານວນຫຼວງຫຼາຍ ເປັນຕົ້ນແມ່ນການຈອດປ້າຍຫ້າມ, ປ້າຍຈອດ, ຢຽບທາງມ້າລາຍ ແລະອື່ນໆ, ສາມາດກວດພົບຜູ້ລະເມີດໄດ້ທັງໝົດ 2.500 ກວ່າຄົນ ຍິງ 1.000 ກວ່າຄົນ; ໃນນີ້, ລ໋ອກລໍ້ລົດໄດ້ 411 ຄັນ, ຢຽບທາງມ້າລາຍ 247 ຄັ້ງ, ບໍ່ຕິດປ້າຍ 25 ຄັນ, ດັດແປງສະພາບ 8 ຄັນ, ບໍ່ຖືເອກະສານ 45 ຄັນ, ກັກລົດ 78 ຄັນ. ນອກນີ້ ມີກັກໃບທະບຽນ, ໃບຂັບຂີ່, ບັດປະຈໍາ ໂຕ ໄດ້ 1.200 ກວ່າໃບ ແລະ ໄດ້ສຶກສາ ອົບຮົມ 1.000 ກວ່າຄົນ.


ໃນຕໍ່ໜ້າ, ຈະສືບຕໍ່ວຽກງານບັງຄັບໃຊ້ກົດໝາຍ ໂດຍສະ ເພາະດໍາລັດ 188/ນຍ, ມະຕິ 3 ຂອງອົງການນະຄອນ ຫຼວງວຽງຈັນ, ສຸມໃສ່ວຽກງານກວດກາຄວາມໄວ, ທາດເຫຼົ້າ, ກວດລົດບັນທຸກເກີນ, ຈອດລົດຊະຊາຍຕາມແຄມທາງ ໂດຍ ມີມາດຕະການ ຄື: ລ໋ອກລໍ້ ຫຼື ລາກແກ່ ເພື່ອຫຼຸດຜ່ອນຄວາມ ແອອັດການສັນຈອນ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມສາຍທາງ, ພ້ອມທັງສືບຕໍ່ປ້ອງກັນແຂກພາຍໃນ-ຕ່າງປະ ເທດ, ງານຊຸມນຸມຕ່າງໆໃຫ້ມີຄວາມປອດ ໄພ 100%.