ໃນອາທິດຜ່ານມາ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປ່ອຍປາ ແລະ ປູກຕົ້ນໄມ້ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ຄົບຮອບ 21 ປີ (13 ກໍລະກົດ 1996-2018); ນຳພາໂດຍ ທ່ານ ຄຳພັນ ຄູນສັກສີ ເຈົ້າເມືອງໆຊົນນະບູລີ, ມີຄະນະກອງບັນຊາການ ປກຊ-ປກສ ແຂວງ, ພະແນກການອ້ອມຂ້າງເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄຳພັນ ຄູນສັກສີ ກ່າວວ່າ: ພິທີປ່ອຍປາ ແລະ ປົກປັກຮັກສາສັດນໍ້າ-ສັດປ່າໃນຄັ້ງນີ້, ເພື່ອເປັນການອະນຸລັກສັດນໍ້າ-ສັດປ່າ, ການຄືນສັດເຂົ້າສູ່ທໍາມະຊາດ, ຮັກສາທໍາມະຊາດໄວ້ໃຫ້ສົມດູນໃນລະບົບນິເວດວິທະຍາຂອງທຳມະຊາດ, ຮັກສາແຫຼ່ງທຳມາຫາກິນໄວ້ ເພື່ອໃນຕໍ່ໜ້າລູກຫຼານຂອງພໍ່-ແມ່ປະຊາຊົນບັນດາເຜົ່າໄດ້ມີບ່ອນອາໄສໃນການທຳມາຫາກິນລ້ຽງຊີບໃນຊີວິດປະຈຳວັນ, ພ້ອມທັງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ຍືນຍົງຕະຫຼອດໄປນັ້ນ.

ໃນປີ 1996, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍປ່າໄມ້ ເຊິ່ງໃນມາດຕາ 64 ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ຜ່ານການເຄື່ອນໄຫວວຽກງານອະນຸລັກສັດນໍ້າ-ສັດປ່າໃນໄລຍະຜ່ານມາ ເຫັນວ່າການປ່ອຍປານັບມື້-ນັບເພີ່ມຂຶ້ນ.

ການປ່ອຍປ່າໃນຄັ້ງນີ້ມີຢູ່ 3 ຈຸດ ຄື: ໜອງລວມຂອງຫ້ອງວ່າການປົກຄອງເມືອງ, ໜອງກອງບັນຊາການທະຫານເມືອງ ແລະ ໜອງກອງບັນຊາການ ປກສ ເມືອງ, ເຊິ່ງປາທີ່ນຳມາປ່ອຍມີຈຳນວນທັງໝົດ 150 ຖົງ; ໃນນີ້, ມີປານິນ, ປາປາກ ແລະ ປານວນຈັນ.