ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການເກີດອັກຄີໄພ ໃຫ້ພະນັກງານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ໃນທ້າຍອາທິດຜ່ານມາ ໂດຍການເຜີຍແຜ່ຂອງ ພັຕ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ພ້ອມຄະນະ, ມີ ທ່ານ ວະນານົນ ທູລາ ຜູ້ຈັດການພະແນກກົນຈັກໜັກບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ເຂົ້າຮ່ວມ.

ການໂຄສະນາເຜີຍແຜ່ວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານພາຍໃນບໍລິສັດດັ່ງກ່າວ ສາມາດປ້ອງກັນອັກຄີໄພໄດ້ຢ່າງຖືກວິທີ.

ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ຄວາມຮູ້ພື້ນຖານຂອງການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດ ແລະ ການເອົາຕົວລອດຈາກເຫດການໄຟໄໝ້. ນອກນັ້ນ, ຍັງຮັບຊົມວິດີໂອເຫດການໄຟໄໝ້ ແລະ ຟັງການແນະນຳວິທີໃຊ້ອຸປະກອນມອດໄຟໃນເບື້ອງຕົ້ນເຊັ່ນ: ການນໍາໃຊ້ບັ້ງມອດໄຟ, ຜົງເຄມີແຫ້ງ, ການນຳໃຊ້ນ້ຳມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ, ການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາ ທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ພາຍຫຼັງຮຽນຮູ້ບັນດາເອກະສານແລ້ວ, ກໍໄດ້ມີການສາທິດການນຳໃຊ້ອຸປະກອນການມອດໄຟຂັ້ນເບື້ອງຕົ້ນໃຫ້ກັບພະນັກງານໄດ້ຮັບຊົມ ແລະ ໄດ້ລົງມືປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ ເພື່ອເປັນຄວາມຮູ້ພື້ນຖານໃນການສະກັດກັ້ນ ແລະ ຕ້ານອັກຄີໄພທີ່ອາດຈະເກີດຂຶ້ນ.