ກອງບັນຊາການ ປກສ ແຂວງສາລະວັນ ສປປ ລາວ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາສະເພາະ ກັບ ກອງບັນຊາການຕໍາຫຼວດ ແລະ ທະຫານຊາຍແດນ ແຂວງກວາງຈິ-ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ຫວ່າງບໍ່ດົນມານີ້.

ກອງປະຊຸມດັ່ງກ່າວຈັດຂຶ້ນຢູ່ແຂວງສາລະວັນ ສປປ ລາວ, ຝ່າຍລາວນໍາໂດຍ ພັອ ພູວັນ ນາຊຽງຄໍາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ແລະ ຝ່າຍຫວຽດນາມນໍາໂດຍ ພັອ ເຈິ໋ນດຶກຫວຽດ ຫົວໜ້າກອງບັນຊາການຕຳຫຼວດ ແຂວງກວາງຈິ ແລະ ພັອ ເລກວັກຮຸງ ຫົວໜ້າກອງບັນຊາການຕໍາຫຼວດ ແຂວງເທື່ອທຽນເຫວ້, ພັອ ຮວງແທງຟອງ ຮອງກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ແລະ ຄະນະຜູ້ແທນທັງ 4 ຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມພົບປະແລກປ່ຽນຄັ້ງນີ້, ຫົວໜ້າກອງບັນຊາການຝ່າຍລາວ ແລະ ຫວຽດນາມ ໄດ້ຜັດປ່ຽນກັນລາຍງານສະພາບການຕ່າງໆໃຫ້ກັນຮູ້ໂດຍຫຍໍ້ ເປັນຕົ້ນໄດ້ສະຫຼຸບຕີລາຄາຄືນສະພາບການຂອງໂລກ-ພາກພື້ນ, ໄດ້ແລກປ່ຽນ-ຖອດຖອນບົດຮຽນດ້ານຍຸດທະສາດການເມືອງ, ຍຸດທະວິທີດ້ານກຳລັງແຮງຝ່າຍທະຫານ, ເສດຖະກິດ-ສັງຄົມ, ແຜນພັດທະນາປະເທດ ແລະອື່ນໆ; ຕີລາຄາການຮ່ວມມື ແລະ ປະສານງານວິຊາສະເພາະໃນໄລຍະຜ່ານມາ ເຊິ່ງໄດ້ຮ່ວມກັນສຶກສາອົບຮົມປະຊາຊົນທີ່ຕັ້ງບ້ານເຮືອນລຽບຊາຍແດນ, ເຂົ້າ-ອອກເມືອງບໍ່ຖືກຈຸດ, ການລະເມີດພູມລໍາເນົາ, ແກ້ໄຂບັນຫາອາຊະຍາກໍາຂ້າມຊາດແດນ ແລະອື່ນໆ.

ໃນຕໍ່ໜ້ານີ້, ທັງ 4 ຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຫຼາຍຂົງເຂດ ເຊັ່ນ: ການແກ້ໄຂກຸ່ມຜູ້ລັກລອບຄ້າຂາຍເຖື່ອນ, ຄ້າຂາຍແລະຂົນສົ່ງຢາເສບຕິດ, ການເຂົ້າ-ອອກເມືອງຜິດກົດໝາຍ, ການລັກລອບແຕ່ງງານ, ການຂຸດຄົ້ນ ແລະ ການທຳລາຍຊັບພະຍາກອນປ່າໄມ້, ການຄ້າມະນຸດ-ໂສເພນີ, ແລະ ການປຸ້ນຈີ້-ຊິງຊັບພົນລະເມືອງ.