ບັນຫາການເກີດອຸບັດຕິເຫດ ເກີດມາຈາກຫຼາຍປັດໄຈ ເປັນຕົ້ນ ເກີດຈາກຖະໜົນ-ຫົນທາງ, ດິນຟ້າອາກາດ, ສະພາບເຕັກນິກລົດບໍ່ໄດ້ມາດຖານ, ບໍ່ປະຕິບັດລະບຽບການສັນຈອນ. ຫາກເວົ້າເຖິງການລະເມີດກົດຈະລາຈອນແລ້ວ, ສິ່ງທີ່ມັກພົບເຫັນຫຼາຍກວ່າໝູ່ແມ່ນ ການດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນກໍານົດ, ບໍ່ເປີດໄຟສັນຍານໃນເວລາລ້ຽວຂວາ ຫຼື ຊ້າຍ, ຂີ່ລົດຍ້ອນສອນ (ຂີ່ລົດບໍ່ຖືກຊ່ອງຈະລາຈອນ), ບໍ່ຮັກສາໄລຍະຫ່າງ, ແຊງບໍ່ຮັບປະກັນ. ທັງໝົດນີ້ລ້ວນແຕ່ແມ່ນສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫຼວງຫຼາຍ.

ເພື່ອແກ້ໄຂບັນຫາການລະເມີດກົດຈະລາຈອນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຕ້ອງສຸມໃສ່ໂຄສະນາເຜີຍແຜ່ລະບຽບການສັນຈອນ ຢ່າງເປັນປົກກະຕິຢູ່ຕາມ 3 ແຍກ, 4 ແຍກ, ໂຮງຮຽນ, ໂຮງຈັກ-ໂຮງງານ, ສະຖາບັນການສຶກສາ, ບໍລິສັດ, ຫ້າງຮ້ານ, ສໍານັກງານພັກ-ລັດ, ກຸ່ມບ້ານ, ບ້ານ ຫຼື ຊຸມຊົນແອອັດ ເພື່ອເຮັດໃຫ້ບຸກຄົນເຫຼົ່ານັ້ນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນຫຼາຍຂຶ້ນ. ໄປຄຽງຄູ່ກັນນັ້ນ, ກໍມີການກວດກາສະພາບການສັນຈອນ, ອອກອາທິດສັນຈອນ, ຈັບຄວາມໄວ, ກວດກາທາດເຫຼົ້າ, ກວດກາພາຫະນະ. ກໍລະນີພົບເຫັນຜູ້ລະເມີດລະບຽບ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ໃຊ້ມາດຕະການປັບໃໝຢ່າງເຂັ້ມງວດ ເພື່ອເຮັດໃຫ້ບຸກຄົນເຫຼົ່ານັ້ນຮັບຮູ້ ແລະ ຕື່ນຕົວປະຕິບັດກົດລະບຽບຈະລາຈອນ.

ໃນ 6 ເດືອນຕົ້ນປີ 2018 ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນ ໄດ້ 145 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 10.204 ຄົນ ຍິງ 4.861 ຄົນ; ເອົາໃຈໃສ່ແກ້ໄຂຈະລາຈອນແອອັດຕາມ 3 ແຍກ 4 ແຍກ ເຮັດໜ້າທີ່ລະບາຍການສັນຈອນ ແລະ ຕິດຕາມການສັນຈອນ ພົບເຫັນຜູ້ລະເມີດທັງໝົດ 1.093 ຄົນ ຍິງ 395 ຄົນ. ໃນນັ້ນໄດ້ສຶກສາອົບຮົມ ແລະ ກ່າວເຕືອນຜູ້ລະເມີດລະບຽບຕ່າງໆໄດ້ 609 ຄົນ ຍິງ 236 ຄົນ, ຂຽນໃບສັ່ງ 474 ຄົນ ຍິງ 159 ຄົນ, ກັກເອກະສານ 416 ໃບ, ທະບຽນ 145 ໃບ, ໃບຂັບຂີ່ 251 ໃບ ແລະ ເອກະສານອື່ນໆ 20 ໃບ, ກັກລົດໄດ້ 58 ຄັນ; ອອກຈັບຄວາມໄວ ແລະ ກວດກາທາດເຫຼົ້າໄດ້ 50 ຄັ້ງ, ອອກຈັດລະບຽບສາຍທາງ 105 ຄັ້ງ, ລົງລະບາຍລົດຕາມຈຸດຕ່າງໆ 105 ຄັ້ງ, ອອກອາທິດຈະລາຈອນ 12 ຄັ້ງ ພົບເຫັນຜູ້ລະເມີດທັງໝົດ 1.427 ຄົນ, ສຶກສາອົບຮົມກ່າວເຕືອນ 525 ຄົນ ຍິງ 260 ຄົນ, ຂຽນໃບສັ່ງໃຫ້ 902 ຄົນ ຍິງ 417 ຄົນ, ກັກເອກະສານລົດໄດ້ 882 ໃບ, ກັກລົດບໍ່ມີເອກະສານໄດ້ 20 ຄັນ, ລ໋ອກລໍ້ລົດໄດ້ 184 ຄັນ.

ຢ່າງໃດກໍຕາມ, ເຖິ່ງແມ່ນວ່າເຈົ້າໜ້າທີ່ຈະສຸມໃສ່ປະຕິບັດຢ່າງຕໍ່ເນື່ອງກໍຕາມ ບັນຫາອຸບັດຕິເຫດຕາມທ້ອງຖະໜົນກໍຍັງເກີດຂຶ້ນຢ່າງເນື່ອງນິດລຽນຕິດ ແລະ ມີຜູ້ເສຍຊີວິດເປັນຈໍານວນບໍ່ໜ້ອຍໃນແຕ່ລະມື້. ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດຕິເຫດແມ່ນເກີດຈາກຕົວຂອງນັກຂັບຂີ່ເປັນສ່ວຍໃຫຍ່ທີ່ບໍ່ຄໍານຶງ ແລະ ປະຕິບັດຕາມກົດລະບຽບຈະລາຈອນໂດຍ ດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ບໍ່ເປີດໄຟສັນຍານ, ຂີ່ລົດຍ້ອນສອນ, ບໍ່ຮັກສາໄລຍະຫ່າງ. ໃນ 6 ເດືອນຕົ້ນປີຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 537 ຄັ້ງ, ທຽບໃສ່ 6 ເດືອນຕົ້ນປີ 2017 ຫຼຸດລົງ 181 ຄັ້ງ, ພາຫະນະເປເພທັງໝົດ 1.036 ຄັນ, ຄົນໄດ້ຮັບບາດເຈັບ 557 ຄົນ ແລະ ເສຍຊີວິດ 106 ຄົນ, ທຽບໃສ 6 ເດືອນຕົ້ນປີຜ່ານມາ ຜູ້ເສຍຊີວິດຫຼຸດລົງ 18 ຄົນ.

ຖ້າແຍກຕົວເລກການເກີດອຸບັດຕິເຫດເປັນແຕ່ລະເມືອງ, ເຫັນໄດ້ວ່າ ເມືອງໄຊທານີ ເກີດຂຶ້ນ 128 ຄັ້ງ, ສີສັດຕະນາກ 71 ຄັ້ງ, ຈັນທະບູລີ 70 ຄັ້ງ, ສີໂຄດຕະບອງ ແລະ ໄຊເສດຖາ ເມືອງ 69 ຄັ້ງ, ຫາດຊາຍຟອງ 63 ຄັ້ງ, ສັງທອງ 19 ຄັ້ງ ແລະ ເມືອງປາກງື່ມ 7 ຄັ້ງ.  ອາຊີບຜູ້ຮ່ວມເກີດອຸບັດຕິເຫດສ່ວນຫຼາຍແມ່ນ ກໍາມະກອນ 598 ຄົນ, ນັກສຶກສາ 125 ຄົນ, ນັກຮຽນ 111 ຄົນ, ພະນັກງານ 69 ຄົນ, ຄ້າຂາຍ 67 ຄົນ, ທະຫານ 17 ຄົນ, ຕໍາຫຼວດ 12 ຄົນ, ຕ່າງປະເທດ 26 ຄົນ ແລະອື່ນໆ. ລວມມູນຄ່າເສຍຫາຍຈາກການເກີດອຸບັດຕິເຫດທັງໝົດແມ່ນ 3.689.000.000 ກີບ.

ຄຽງຄູ່ກັບການປະຕິບັດງານຂອງຕໍາຫຼວດຈະລາຈອນ, ຄວາມເປັນເຈົ້າການຂອງຜູ້ຂັບຂີ່ໃນການປະຕິບັດກົດລະບຽບຈະລາຈອນ ກໍເປັນສິ່ງສໍາຄັນທີ່ຂາດບໍ່ໄດ້. ເຊື່ອໝັ້ນວ່າ ຖ້າວ່ານັກຂັບຂີ່ເອົາໃຈໃສ່ເຄົາລົບກົດລະບຽບຈະລາຈອນໃຫ້ຫຼາຍຂຶ້ນ ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ຜູ້ເສຍຊີວິດຈະຄ່ອຍໆຫຼຸດລົງຢ່າງແນ່ນອນ.