ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະມາຄົມເຟີນີເຈີລາວ ໄດ້ເປີດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ III ປະຈຳປີ 2018 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ກໍລະກົດ 2018 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ເພື່ອໃຫ້ມວນຊົນຮູ້ຈັກຜະລິດຕະພັນເຄື່ອງເຮືອນລາວທີ່ຜະລິດຈາກໄມ້ຫຼາຍຂຶ້ນກວ່າເກົ່າ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ກອງມາລາ ພົນມາໄລ ຮອງປະທານສະມາຄົມເຟີນີເຈີລາວ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ຈັດຂຶ້ນເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ແລະ ເປັນການສົ່ງເສີມຜະລິດຕະພັນຫວາຍ ແລະ ໄມ້ປ່ອງ ໃຫ້ມີຄວາມຫຼາກຫຼາຍ; ກາຍເປັນທີ່ນິຍົມ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ.

ພ້ອມດຽວກັນນັ້ນ, ຍັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕົງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້ ແລະ ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພຫວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ, ສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ ເພື່ອເປັນການພັດທະນາສີຂຽວ, ສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີລາວ ໃຫ້ສັງຄົມໄດ້ຮູ້ຈັກກັບຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນ ແລະ ກວ້າງຂວາງໄປເລື້ອຍໆ, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ແລະ ຫົວໜ່ວຍທຸລະກິດເຟີນີເຈີລາວ ໃຫ້ຂະຫຍາຍເຕີບໂຕ ແລະ ສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ ໄດ້ໃນອານາຄົດຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ງານວາງສະແດງເຄື່ອງເຮືອນລາວຄັ້ງນີ້ ມີຫ້ອງວາງສະແດງ-ຂາຍສິນຄ້າທັງໝົດ 170 ຫ້ອງ; ໃນນັ້ນ, ມາຈາກ 70 ຫົວໜ່ວຍທຸລະກິດ, ຕ່າງແຂວງ 14 ຫົວໜ່ວຍທຸລະກິດ ແລະ 16 ຫ້ອງຂ່າຍມາຈາກ 9 ແຂວງໃນຂອບເຂດທົ່ວປະເທດ, ເຫຼືອນັ້ນແມ່ນມາຈາກນະຄອນຫຼວງວຽງຈັນ, ມາຈາກຕ່າງປະເທດ ຄື: ປະເທດໄທ, ເກົາຫຼີ, ຢີ່ປຸ່ນ, ເຊິ່ງມີມູນຄ່າການຈໍລະຈອນຊື້-ຂາຍສິນຄ້າລວມທັງໝົດໃນງານ ປະມານ 20 ຕື້ກີບ, ຄາດວ່າຈະມີການຊື້-ຂາຍໄດ້ປະມານ 80% ຕົກເປັນມູນຄ່າປະມານ 16 ຕື້ກີບ, ຄາດຄະເນວ່າຈະມີຄົນເຂົ້າມາຊົມງານວາງສະແດງໃນໄລຍະ 9 ວັນນີ້ ປະມານ 250.000 ຄົນ.

ງານວາງສະແດງຄັ້ງນີ້ ເປີດໃຫ້ມວນຊົນເຂົ້າທ່ຽວຊົມ ນັບແຕ່ວັນທີ 7 ຈົນເຖິງວັນທີ 15 ກໍລະກົດນີ້.