ໃນ 6 ເດືອນຕົ້ນປີ 2018, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະແມ່ນການແກ້ໄຂບັນດາກຸ່ມແກ້ງຂີ່ລົດກວນເມືອງ, ຂີ່ລົດດັດແປງສະພາບເຕັກນິກ ເຊິ່ງສາມາດກັກລົດໄດ້ເກືອບ 400 ຄັນ.

ພັທ ອິນກອງ ລິດາພອນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 9 ກໍລະກົດ ຜ່ານມາ ວ່າ: ໂດຍປະຕິບັດຕາມການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກອງພັນປ້ອງ ກັນເຄື່ອນທີ່ ນວ ໄດ້ວາງແຜນການເຄື່ອນໄຫວແກ້ໄຂບັນດາກຸ່ມແກ້ງຂີ່ລົດກວນເມືອງ, ແຂ່ງລົດຢູ່ຕາມສາຍທາງ, ຂີ່ລົດດັດແປງສະພາບເຕັກນິກ, ໃຊ້ສຽງເນືອງນັນ, ຂີ່ລົດໄວເກີນຂອບເຂດ ຢູ່ຕາມເສັ້ນທາງເລກທີ 11 ແຕ່ 3 ແຍກສີໄຄ ຫາ ບ້ານສໍາພັນນາເມືອງສັງທອງ, ເສັ້ນທາງເຈົ້າຟ້າງຸ່ມ ຫາ ເສັ້ນທາງລ້ານຊ້າງ ໂດຍສະເພາະແມ່ນຢູ່ບໍລິເວັນເສັ້ນ ທາງແຄມຂອງ ແຕ່ 3 ແຍກປາກປາສັກ ໄປຫາ ຫໍຄໍາ ແລ້ວລັດຂຶ້ນໄປຫາ ບໍລິເວນຕະຫຼາດເຊົ້າ ແລະ ປະຕູໄຊ ເຊິ່ງກຸ່ມຄົນເຫຼົ່ານັ້ນຈະໃຊ້ຊ່ວງເວລາ     1:00-4:00 ໂມງເຊົ້າ ເພື່ອເຄື່ອນໄຫວສ້າງຄວາມບໍ່ສະຫງົບຕາມສາຍທາງດັ່ງກ່າວ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງເຈົ້າໜ້າທີ່ຕະຫຼອດໄລຍະ 6 ເດືອນຕົ້ນປີ 2018, ສາມາດກັກລົດໄດ້ທັງໝົດ 369 ຄັນ; ໃນນີ້, ແກ້ໄຂແລ້ວ 275 ຄັນ, ເປັນລົດຢູ່ໃນກຸ່ມແກ້ງກວນເມືອງ 114 ຄັນ, ບໍ່ຖືເອກະສານ 31 ຄັນ, ຍັງບໍ່ທັນແກ້ໄຂ 69 ຄັນ.

ສະເພາະລົດທີ່ຍັງບໍ່ທັນແກ້ໄຂແມ່ນລົດທີ່ບໍ່ມີເຈົ້າຂອງມາພົວພັນເອົາ, ລົດຄວາມແຮງເກີນ 250 CC ແລະ ລົດບໍ່ມີເອກະສານ. ນອກຈາກນີ້, ເຈົ້າໜ້າທີ່ໄດ້ສຶກສາອົບຮົມຜູ້ລະເມີດທັງໝົດ 321 ຄົນ ຍິງ 51 ຄົນໂດຍເຊີນເອົາຜູ້ປົກຄອງເຂົ້າຮ່ວມນໍາ. ຈາກການເຄື່ອນໄຫວແກ້ໄຂບັນຫາກຸ່ມແກ້ງກວນເມືອງ ຍັງສາມາດກັກຕົວຜູ້ຄ້າຂາຍຢາເສບຕິດ ແລະ ຂີ້ລັກງັດແງະໄດ້ທັງໝົດ 23 ຄົນ, ຢຶດຂອງກາງຢາບ້າໄດ້ 1.699 ເມັດ, ຢາໄອສ໌ 4 ຖົງນ້ອຍ, ປືນ 1 ກະບອກ, ກະແຈໂຕເຕ 3 ຊຸດ, ໂທລະສັບມືຖື 6 ໜ່ວຍ, ລົດຈັກ 25 ຄັນ.