ສູນຄວບຄຸມກ້ອງວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງຄະນະຊີ້ນໍາບັນຊາລວມ, ກອງເສນາຊ່ວຍວຽກ ແລະ ຄະນະບັນຊາກໍາລັງຕົວຈິງຢູ່ ສະຖານີຕໍາຫຼວດຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ໂດຍການເຂົ້າຮ່ວມຂອງ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະບັນຊາ ປກສ ນະຄອນຫຼວຽງວຽງຈັນ, ສູນຄວບຄຸມກ້ອງວົງຈອນປິດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ທົງສະຫວັດ ຫຼວງຈັນດາວົງສ໌ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ເລກທີ 1105/ປກສ ລົງວັນທີ 3 ກໍລະກົດ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາບັນຊາລວມ, ກອງເສນາຊ່ວຍວຽກ ແລະ ຄະນະບັນຊາກໍາລັງຕົວຈິງຢູ່ ສະຖານີຕໍາຫຼວດຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ໂດຍໄດ້ແຕ່ງຕັ້ງ ພົຈວ ປອ ທອງສະຫວັນ ວົງສະຫວັດ ເປັນຫົວໜ້າຊີ້ນໍາລວມ.

ພ້ອມດຽວກັນນີ້, ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບກອງເສນາຊ່ວຍວຽກ, ຄະນະຮັບຜິດຊອບບັນຊາ ແລະ ພະນັກງານເຮັດວຽກຕົວຈິງຢູ່ 19 ສະຖານີ, 1 ສູນ ແລະ 1 ພະແນກ ຄື: ສີຖານີດົງໂພສີ, ສະຖານີໄຊສົມບູນ, ສະຖານີບ້ານດຸງ, ສະຖານີໄຊມົງຄຸນ, ສະຖານີຫົວເມືອງ, ສະຖານີທົ່ງຂັນຄໍາ, ສະຖານີຕາດທອງ, ສະຖານີໜອງໄຮ, ສະຖານີປ່າຟາງ, ສະຖານີທາດຫຼວງ, ສະຖານີດອນຕິ້ວ, ສະຖານີປ່າຫວ້າ, ສະຖານນີສີບຸນເຮືອງ, ສະຖານີປາກງື່ມ, ສະຖານີນາດີ, ສະຖານີອີໄລ, ສະຖານີບຶງຄະຫຍອງ, ພະແນກຄວບຄຸມວົງຈອນປິດນໍາພຸ ແລະ ສູນຄວບຄຸມວົງຈອນປິດ.

ແຕ່ລະສະຖານີຕໍາຫຼວດຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ມີພາລະບົດບາດເປັນເສນາທິການໃຫ້ແກ່ ກອງບັນຊາການ ປກສ ເມືອງ ໃນການຊອກຍູ້ກໍາແໜ້ນສະພາບການ, ເລ່ລ່ຽມ, ວິທີການ, ການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ກໍ່ອາຊະຍາກໍາຕ່າງໆ ໃນຂອບເຂດຄວາມຮັບຜິດຊອບເພື່ອຄົ້ນຫາ, ແກ້ໄຂ ແລະ ສະໜອງຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງ, ນໍາພາ, ບັນຊາກກໍາລັງ, ຕິດຕາມກວດກາ, ຊຸກຍູ້ຄຸ້ມຄອງພາຫະນະ-ອຸປະກອນເຕັກນິກຮັບໃຊ້ວິຊາສະເພາະໃນສະຖານີຂອງຕົນ ເພື່ອຊ່ວຍໃຫ້ກອງບັນຊາການ ປກສ ເມືອງ, ຊີ້ນໍາ, ບັນຊາ, ແກ້ໄຂກໍລະນີ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃຫ້ທັນເວລາ, ປັບປຸງ, ກໍ່ສ້າງກໍາລັງພາຍໃນສະຖານນີ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ.

ໂອກາດດຽວກັນ, ຍັງໄດ້ມອບ-ຮັບຍານພາຫະນະ ແລະ ອຸປະກອນເຕັກນິກຮັບໃຊ້ໃຫ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ໃນນີ້, ມີລົດສະຫຼາມ 20 ຄັນ, ລົດສະເກມແດງ 40 ຄັນ ແລະ ໂຟນີ ຈໍານວນ 40 ເຄືື່ອງ ເພື່ອມອບໃຫ້ແຕ່ລະສະຖານີນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍການລົງນາມເຊັນບົດບັນທຶກມອບ-ຮັບໂດຍ ພັອ ສະແຫວງ ພົມມະລີ ຫົວໜ້າສູນຄວບຄຸມກ້ອງວົງຈອນປິດ ແລະ ພັອ ທົງສະຫວັດ ຫຼວງຈັນດາວົງສ໌ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.