ໃນວັນທີ 3 ກໍລະກົດ 2018, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງອຸດົມໄຊ ສົມທົບກັບອຳນາດການປົກຄອງບ້ານຫຼັກ 22 ເຂົ້າກວດຄົ້ນເຮືອນເປົ້າໝາຍລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ 2 ຈຸດ, ເຊິ່ງເປັນເຮືອນເອື້ອຍ-ນ້ອງດຽວກັນ ພົບຢາເສບຕິດຫຼາຍລາຍການ; ໃນນີ້, ມີຢາບ້າ 2.000 ກວ່າເມັດ, ເຮໂຣອິນ ແລະ ຢາຝິ່ນ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເຮືອນເປົ້າໝາຍທັງສອງຈຸດທີ່ເຂົ້າກວດຄົ້ນຈຸດທີ 1 ເປັນເຮືອນ ນາງ ຊົງ ອາຍຸ 40 ປີ ບ້ານຫຼັກ 22 ເມືອງໄຊ. ຜ່ານການກວດຄົ້ນພົບເຫັນຢາເສບຕິດຫຼາຍລາຍການ. ໃນນີ້, ເຮໂຣອິນມີນໍ້າໜັກ 8,8 ກຼາມ, ຢາບ້າຈຳນວນ 210 ເມັດ ແລະ ຢາຝິ່ນ 1 ຫໍ່ ນໍ້າໜັກ 45 ກຼາມ.

ສ່ວນຈຸດທີ 2 ເປັນເຮືອນຂອງ ນາງ ວ້າ ອາ ຍຸ 50 ປີ ບ້ານຫຼັກ 52 ເມືອງໄຊ ເປັນເອື້ອຍຂອງ ນາງ ຊົງ. ຜ່ານການກວດຄົ້ນພົບເຫັນເຄື່ອງຂອງກາງມີ: ເຮໂຣອິນ ນໍ້າໜັກ 8 ກຼາມ, ຢາບ້າ ຈຳນວນ 2.121 ເມັດ ນໍ້າໜັກ 207,8 ກຼາມ ແລະ ຢາຝິ່ນ 1 ຫໍ່ ນໍ້າໜັກ 101,3 ກຼາມ ລວມເຄື່ອງຂອງກາງຢາເສບຕິດທີ່ກວດພົບທັງສອງຈຸດມີ: ຢາບ້າຈຳນວນ 2.331 ເມັດ, ເຮໂຣ ອິນ ນໍ້າໜັກ 16,8 ກຼາມ, ຢາຝິ່ນ 2 ຫໍ່ ນໍ້າ ໜັກ 146,3 ກຼາມ, ຕາດ່ຽງ 1 ອັນ. ເຄື່ອງຕິດ ຕົວມີເງິນຢວນ ຈຳນວນ 200 ຢວນ, ເງິນກີບ 4.800.000 ກີບ, ໂທລະສັບ 2 ເຄື່ອງ.

ຜ່ານການສອບສວນ ພວກກ່ຽວຮັບສາ ລະພາບວ່າ: ໄດ້ຮ່ວມກັນຄ້າຂາຍຢາເສບຕິດ ແທ້ ໂດຍໄດ້ຮັບຊື້ (ຕິດໜີ້) ມາຈາກຜູ້ຮ່ວມ ຂະບວນການນໍາກັນທີ່ທ່ຽວມາສົ່ງໃຫ້ໃນ ເດືອນມິຖຸນາຜ່ານມາ, ພາຍຫຼັງຂາຍໝົດແລ້ວ ໂທລະສັບບອກໃຫ້ມາສົ່ງໃຫ້ອີກ. ສ່ວນຫຼາຍ ແມ່ນຂາຍໃຫ້ພວກໄວລຸ້ນພາຍໃນບ້ານ ແລະ ກຳມະກອນທີ່ເຮັດວຽກກັບບໍລິສັດກໍ່ສ້າງ ທາງລົດໄຟ ລາວ-ຈີນ. ສຳລັບຢາຝິ່ນສ່ວນໜຶ່ງ ແບ່ງໄວ້ເຮັດຢາປົວພະຍາດ ແລະ ຂາຍຍ່ອຍ. ເຊິ່ງໄດ້ລັກລອບຂາຍມາແລ້ວຫຼາຍຄັ້ງ; ມາວັນ ທີ 3 ກໍລະກົດ 2018, ຖືກເຈົ້າໜ້າທີ່ເຂົ້າກວດຄົ້ນເຮືອນພົບເຫັນຢາບ້າຈໍານວນດັ່ງກ່າວ.

ຂ່າວຍັງໃຫ້ຮູ້ວ່າ: ເດືອນມິຖຸນາຜ່ານມາ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊ ໄດ້ກັກຕົວ ທ້າວ ລາວກົງວາ ອາຍຸ 28 ປີ ປະຊາຊົນ ຢູ່ບ້ານຫ້ວຍມອກ ເມືອງໄຊ ພ້ອມຂອງກາງ ຢາບ້າ ຈຳນວນ 394 ເມັດ, ລົດຈັກ 1 ຄັນ, ໂທລະສັບ 1 ເຄື່ອງ.

ນອກນີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫຼາ ແຂວງອຸດົມໄຊ ກໍໄດ້ກັກຕົວ ທ້າວ ກີຢາ ປະຊາຊົນ ຢູ່ບ້ານຜູ້ຂຽວ ເມືອງໄຊ ແຂວງອຸດົມໄຊ ຢູ່ເສັ້ນທາງແຕ່ເມືອງຫຼາແຂວງອຸດົມ ໄຊ-ເມືອງຂວາ ແຂວງຜົ້ງສາລີ; ພ້ອມຢາເສບ ຕິດ ປະເພດຢາບ້າ ຈຳນວນ 398 ເມັດ, ລົດ ຈັກ 1 ຄັນ ແລະ ໂທລະສັບອີກ 1 ເຄື່ອງ. ປັດຈຸບັນ, ຜູ້ຖືກຫາ ທ້າວ ລາວກົງວາ ແລະ ທ້າວ ກີຢາ ໄດ້ມອບໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ດຳເນີນ ຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ.