ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັບມືກັບສື່ມວນຊົນ ເພື່ອຮ່ວມກັນແກ້ໄຂບັນຫາການຈະລາຈອນແອອັດ ແລະ ອຸບັດຕິເຫດຕາມທ້ອງຖະໜົນ ໂດຍເພີ່ມທະວີການໂຄສະນາລະບຽບການສັນຈອນ ແລະ ມາດຕະການຕ່າງໆໃຫ້ກວ້າງຂວາງກວ່າເກົ່າ.

ກອງປະຊຸມປຶກສາຫາລືການຮ່ວມມືດັ່ງກ່າວ ຈັດຂຶ້ນໃນວັນທີ 10 ກໍລະກົດທີ່ຜ່ານມາ ໂດຍການເປັນປະທານຂອງ ພັທ ກົງສີ  ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ມີສື່ມວນຊົນອອ້ມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ຈຸດປະສົງຂອງການພົບປະຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ການຮ່ວມມືກັບສື່ມວນຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເໜີໃຫ້ສື່ມວນຊົນເຜີຍແຜ່ກົດລະບຽບຈະລາຈອນ, ກົດໝາຍວ່າ ດ້ວຍຂົນສົ່ງທາງບົກ ແລະ ແຈ້ງການຕ່າງໆທີ່ກ່ຽວຂ້ອງ.  ການເປີດກວ້າງການໂຄສະນາເຜີຍແຜ່ລະບຽບການສັນຈອນ ຈະເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຫຼາຍຂຶ້ນກວ່າເກົ່າ ແລະ ຈະຊ່ວຍໃນການແກ້ໄຂບັນຫາການສັນຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ.

ໂອກາດນີ້, ສື່ມວນຊົນ ໄດ້ສະເໜີໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນສະໜອງຂໍ້ມູນຂ່າວສານໃຫ້ທາງສື່ໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຫຼາຍຂຶ້ນກວ່າເກົ່າ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ຢືນຢັນວ່າ ຈະນໍາເອົາບົດຮຽນທີ່ໄດ້ແລກປ່ຽນກັນຄັ້ງນີ້ໄປຄົ້ນຄວ້າຢ່າງຖີ່ຖ້ວນ ແລະ ຮຽກຮ້ອງ ໃຫ້ສື່ມວນຊົນໂຄສະນາວຽກງານດັ່ງກ່າວໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນກວ່າເກົ່າ ເພື່ອ ເປັນການເຕືອນມີສະຕິໃຫ້ເຂົາເຈົ້າຫັນມາເຄົາລົບກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ.

ອີກ 3 ເດືອນຂ້າງໜ້າ, ສອງພາກສ່ວນຈະຈັດກອງປະຊຸມເພື່ອຮ່ວມກັນປະເມີນຜົນການຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວ.