ຮາກຖານສະຫະພັນແມ່ຍິງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2017 ໂດຍອີງໃສ່ແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 355/ສສຍລ, ລົງວັນທີ 1 ກໍລະກົດ 2016 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ປະກົດຜົນເປັນຈິງ, ເຂົ້າຮ່ວມໂດຍ ທ່ານ ນາງ ບົວຈັນ ນາມມະວົງ ຮອງປະທານສະຫະພັນແມ່ຍິງ ແຂວງຫຼວງພະບາງ, ມີຄະນະສະຫະພັນແມ່ຍິງອ້ອມຂ້າງ, ເອື້ອຍ-ນ້ອງແມ່ຍິງພາຍໃນຫ້ອງການອ້ອມຂ້າງແຂວງຫຼວງພະບາງເຂົ້າຮ່ວມ.

ທ່ານ ນາງ ຈັນທີ ກຸນທະວົງ ຫົວໜ້າຂະແໜງຈັດຕັ້້ງສະຫະພັນແມ່ຍິງແຂວງຫຼວງພະບາງ ປະທານຮາກຖານສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ປະຈຳປີ 2017 ວ່າ: ໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງພວກເຮົາ ໄດ້ເອົາໃຈໃສ່ນຳພາສະມາຊິກສະພັນແມ່ຍິງທຸກຄົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ, ປະຕິບັດລະບຽບກົດໝາຍຂອງລັດເປັນຢ່າງດີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ເອົາໃຈໃສອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ເປັນເຈົ້າການຄຸມຄອງປົກປັກຮັກສາຊັບສົມບັດສ່ວນລວມບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ຂອບເຂດ, ສິດໜ້າທີ່ ແລະ ກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວວາງອອກເປັນຢ່າງດີ ສະແດງອອກຄື: ໄດ້ເຂົ້າຮ່ວມກອງປະຊຸມຮ່ວມຊີວິດພັກປະຈຳເດືອນ ເພື່ອທົບທວນຄືນຂໍ້ແຂ່ງຂັນ 3 ດີ ແລະ ເປັນບ່ອນຕຳນິກໍ່ສ້າງເຊິ່ງກັນແລະກັນ; ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາແມ່ນປະຕິບັດໄດ້ດີ ໃນນີ້, ໄດ້ເຂົ້າຮ່ວມປາຖະກາຖາ 47 ຄັ້ງ ມີ 1.234 ຄົນ, ໄດ້ປະກອບສ່ວນຍາມວັນສຳຄັນຕ່າງໆຂອງພັກ-ຂອງຊາດ 12 ຄັ້ງ ມີ 98 ຄົນ, ເກັບເງິນສະຕິໄດ້ທັງໝົດ 2.140.000 ກີບ, ໄດ້ອອກແຮງງານລວມຂະບວນການຕ່າງໆຂອງແຂວງ 45 ຄັ້ງ ມີ 1.510 ແຮງງານ; ມາຮອດປັດຈຸບັນສະມາຊິກແມ່ຍິງແຂວງມີທັງໝົດ 34 ຄົນ, (ຍ້າຍມາຢູ່ໃໝ່ 9 ຄົນ ຍັງບໍ່ທັນເຂົ້າຮ່ວມແຂ່ງຂັນ 3 ດີ), ສາມາດຄັດເລືອກໄດ້ບຸກຄົນ 3 ດີທັງໝົດ 25 ຄົນ ເທົ່າກັບ 100%.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຄະນະສະຫະພັນແມ່ຍິງແຂວງ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອມຊຶມຕໍ່ແນວທາງຂອງພັກ-ລັດ, ເປັນແບບຢ່າງນຳໜ້າແກ່ມະຫາຊົນ, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ, ທົບທວນຄືນຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ໃຫ້ໄດ້ 100%; ຍົກລະດັບຄວາມຮູ້ພາສາຕ່າງປະເທດ, ວິຊາສະເພາະ ແລະ ດ້ານທິດສະດີການເມືອງ ໂດຍນຳເອົາແບບແຜນງານຂອງສູນກາງສະຫະພັນແມ່ຍິງລາວ ກໍຄືທິດທາງແຜນການພັດທະນາເສດຖະກິດ-ສັງຄົມມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຖືກຕ້ອງ-ສອດຄ່ອງ ແລະ ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ບຸກ ຄົນ 3 ດີ ຈຳນວນ 25 ທ່ານ, ມອບໂດຍ ທ່ານ ນາງ ບົວສອນ ໄຊຍະໄຊ ຮອງປະທານສະພັນແມ່ຍິງ ແຂວງຫຼວງພະບາງ.

ໂອກາດດຽວກັນ, ທ່ານ ນາງ ບົວຈັນ ນາມມະວົງ ໄດ້ໂອ້ລົມຕໍ່ເອື້ອຍ-ນ້ອງແມ່ຍິງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຜ່ານມາ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງແມ່ຍິງລາວໃຫ້ເປັນຢ່າງດີ; ເອົາໃຈໃສ່ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກຮັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະ ໂດຍສຸມໃສ່ເຮັດວຽກງານຂອງຕົນໃຫ້ມີຄຸນນະພາບ, ຍົກສູງພາລະບົດບາດຂອງຕົນໃຫ້ມີຄວາມກ້າຫານ ຄ່ຽງບ່າ-ຄ່ຽງໄຫຼ່ກັບເພດຊາຍ, ພ້ອມກັນອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງລາວ ກໍຄືຊາວຫຼວງພະບາງ ໃຫ້ໝັ້ນຄົງຕະຫຼອດໄປ.