ໃນ 6 ເດືອນຕົ້ນປີ 2018, ທົ່ວແຂວງຫຼວງນໍ້າທາ  ມີອຸບັດຕິເຫດເກີດຂຶ້ນທັງໝົດ 124 ລາຍ; ເຮັດໃຫ້ມີຜູ້ເສຍຊິວີດ 11 ຄົນ.

ພັທ ລາດສະຫວ່າງ ປຼະຈິດທຳ ຫົວໜ້າພະແນກຕຳຫຼວດຈາລະຈອນ ປກສ ແຂວງ ກ່າວວ່າ ອຸບັດຕິເຫດດັ່ງກ່າວຍັງເຮັດໃຫ້ພະຫະນະເປ່ເພເລັກນ້ອຍ 133 ຄັນ, ສົມຄວນ 60 ຄັນ, ໃຊ້ການບໍ່ໄດ້ 9 ຄັນ, ຄົນໄດ້ຮັບບາດເຈັບເລັກນ້ອຍ 120 ຄົນ, ສົມຄວນ 42 ຄົນ, ສາຫັດ 11 ຄົນ; ລວມມູນຄ່າເສຍຫາຍທັງໝົດປະມານ 1.444 ລ້ານກວ່າກີບ.

ອຸບັດຕິເຫດທີ່ເກີດຂຶ້ນສ່ວນຫຼາຍແມ່ນ ລົດຈັກຕຳລົດຈັກ; ຮອງລົງມາແມ່ນລົດຈັກຕຳລົດໃຫຍ່ ແລະ ລົດໃຫຍ່ຕໍາລົດໃຫຍ່ດ້ວຍກັນ. ສ່ວນຜູ້ເຂົ້າຮ່ວມໃນການເກີດອຸບັດຕິເຫດສ່ວນຫຼາຍແມ່ນ ປະຊາຊົນ, ພະນັກງານ, ແລະ ນັກຮຽນ-ນັກສຶກສາ.

ສາເຫດຕົ້ນຕໍ່ທີ່ພາໃຫ້ເກີດອຸບັດຕິເຫດແມ່ນ ການດື່ມສິງມືນເມົາແລ້ວຂັບຂີ່, ຂັບຂີ່ໄວເກີນກຳນົດ, ປ່ຽນທິດທາງ ແລະ ແຊງບໍ່ຮັບປະກັນ.

ພັທ ລາດສະຫວ່າງ ກ່າວວ່າ ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນອຸບັດຕິເຫດ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເຄົາລົບກົດລະບຽບການສັນຈອນຢ່າງເຂັ້ມງວດ, ມີມາລະຍາດໃນການຂັບຂີ່, ຄ່ອຍໄປຄ່ອຍມາ, ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.

ພັທ ລາດສະຫວ່າງ ຍັງໃຫ້ຮູ້ອີກວ່າ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ,  ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ເຄື່ອນໄຫວລົງໂຄສະນາເຜີຍແຜ່ບັນດານິຕິກຳຕ່າງໆກ່ຽວກັບການຂັບຂີ່ປອດໄພຢູ່ບັນດາບ້ານ, ໂຮງຮຽນ, ເຂດຊຸມນຸມຊົນ ແລະ ບ່ອນອື່ນໆ ລວມທັງໝົດ 11 ຄັ້ງ; ມີຜູ້ເຂົ້າຮ່ວມທັງໝົດ 1.500 ກ່ວາຄົນ, ອອກປະຈຳປ້ອມ 102 ຄັ້ງ;ມີ 1.756 ເທື່ອຄົນ, ລະບາຍລົດ 83 ຄັ້ງ; ມີ 270 ເທື່ອຄົນ, ອອກເຄື່ອນໄຫວຕອນຄໍ່າ 18 ຄັ້ງ; ມີ 266 ເທື່ອຄົນ, ຮັບແຂກພາຍໃນ ແລະ ຕ່າງປະເທດ ( ເປີດທາງ ) 18 ຄັ້ງ; ມີ 76 ເທື່ອຄົນ, ອອກອັດລົດເປົ້າໝາຍຊ່ວຍພາກສ່ວນອື່ນ 7 ຄັ້ງ; ມີ 7 ເທື່ອຄົນ, ອອກຕັ້ງດ່ານຈັບຄວາມໄວ 6 ຄັ້ງ; ມີ 49 ເທື່ອຄົນ, ຕິດປ້າຍລົດໄດ້ທັງໝົດ 1.086 ຄັນ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໄດ້ກວດພົບຜູ້ລະເມີດກົດລະບຽບຈະລາຈອນທັງໝົດ 340 ຄົນ.