ໃນວັນທີ 10 ກໍລະກົດ 2018,  ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄດ້ສຶກສາອົບຮົມໄວລຸ້ນມົ້ວສຸມຢາເສບຕິດ ຈຳນວນ 17 ຄົນທີ່ເຈົ້າໜ້າທີ່ຕໍາຫຼວດຈັບຕົວໄດ້ ເພື່ອໃຫ້ເຂົ້າເຈົ້າຮູ້ເຖິງຜິດໄຟຂອງຢາເສບຕິດ; ກ່ອນມອບໃຫ້ພໍ່ແມ່-ຜູ້ປົກຄອງສືບຕໍ່ສຶກສາອົບຮົມ.

ເຈົ້າໜ້ທີ່ ປກສ ແຂວງອດຕະປື ໃຫ້ຮູ້ວ່າ: ກຸ່ມມົ້ວສຸມຢາເສບຕິດຈໍານວນດັ່ງກ່າວ ແມ່ນເຈົ້າໜ້າທີ່ລົງແກ້ໄຂຈັບຕົວໄດ້ໃນຄືນວັນທີ 5 ກໍລະກົດ 2018 ຢູ່ເຂດບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງກັກຕົວໄດ້ທັງໝົດ 21 ຄົນ, ໃນນັ້ນ ມີຜູ້ເສບ 17 ຄົນ ແລະ ຜູ້ຄ້າຂາຍ 4 ຄົນ ພ້ອມທັງຢຶດຂອງກາງປະເພດຢາບ້າ ຈຳນວນ 630 ເມັດ.

ເອກະສານທີ່ເຜີຍແຜ່ໃນຄັ້ງນີ້, ເອກະສານປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ສິດ ແລະ ພັນທະຂອງພົນລະເມືອງລາວ, ຜົນຮ້າຍຂອງຢາເສບຕິດ, ກົດໝາຍມາດຕາ 146 ແລະ ກົດໝາຍມາດຕາ 75-76 ວ່າດ້ວຍຢາເສບຕິດ ເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍມົ້ວສຸມຢາເສບຕິດດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງຢາເສບຕິດທີ່ເປັນຜິດໄພຕໍ່ຕົນເອງ, ຕໍ່ຄອບຄົວ, ຕໍ່ສັງຄົມ.

ສຳລັບຜູ້ຖືກຫາຄ້າຂາຍຢາເສບຕິດຈໍານວນ 4 ຄົນ ມີ ທ້າວ ສີວັນ ອາຍຸ 35 ປີ, ປະຊາຊົນບ້ານທ່າຫີນ, ທ້າວ ຄຳ ອາຍຸ 33 ປີ ປະຊາຊົນບ້ານສະເພົາທອງ, ທ້າວ ແອນ້ອຍ ອາຍຸ 30 ປີ ປະຊາຊົນບ້ານເວີນແຄນ ແລະ ທ້າວ ວັນໄຊທອງ ອາຍຸ 44 ປີ ປະຊາຊົນບ້ານເວີນແຄນເມືອງສາມັກຄີໄຊ ແຂວງອັດຕະປື.