ນາງ ເອັມອອນ ອາຍຸ 40 ປີ ຢູ່ບ້ານດົງໂພນສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ສໍ້ໂກງ ແລະ ຍັກຍອກຊັບຂອງພົນລະເມືອງ ໂດຍການສໍ້ໂກງຄົນໃກ້ຊິດ, ສະໜິດສະໜົມ ແລະ ຍາດພີ່ນ້ອງ, ໝູ່ເພື່ອນ ທີ່ໄວເນື້ອເຊື້ອໃຈ; ລວມມູນຄ່າເສຍຫາຍຫຼາຍລ້ານບາດ.

ຜູ້ກ່ຽວຖືກ ກັກຕົວໄປດຳເນີນຄະດີໃນວັນທີ 28 ສິງຫາ 2017 ແລະ ມາຮອດວັນທີ 11 ກໍລະກົດ 2018, ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ນໍາເອົາຄະດີດັ່ງກ່າວຂຶ້ນມາພິຈາລະນາ ໂດຍຕັດສິນລົງໂທດຕັດອິດສະລະພາບ ນາງ ເອັມອອນ ເປັນເວລາ 4 ປີ, ປັບໃໝ 1.000.000 ກີບ, ພ້ອມທັງໃຫ້ຈຳເລີຍຮັບຜິດຊອບໃຊ້ໜີ້ສີນແທນໃຫ້ໂຈດທາງແພ່ງຕາມຈຳນວນທີ່ໄດ້ສໍ້ໂກງ ແລະ ຍັກຍອກ.

ໃນຫ້ອງປະຊຸມສານ, ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສຳນວນຄະດີ ໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີໃນສຳນວນຄະດີຢ່າງລະອຽດ, ຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍ ທີ່ຢັ້ງຢືນວ່າຈຳເລີຍມີຄວາມຜິດໃນສະຖານສໍ້ໂກງຊັບພົນລະເມືອງ ແລະ ການຍັກຍອກຊັບຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາມາດຕາ 120 ແລະ 121 ທີ່ແຕະຕ້ອງຕໍ່ກຳມະສິດຂອງພົນລະເມືອງ.

ການກະທຳຂອງຈຳເລີຍແມ່ນ ເລີ່ມແຕ່ປີ 2016 ໂດຍຈຳເລີຍການ ໄດ້ສໍ້ໂກງ ແລະ ຍັກຍອກເອົາເງິນຂອງພີນ້ອງ, ໝູ່ເພື່ອນ, ຄົນໃກ້ຊິດ, ເອື້ອຍຮັກ-ນ້ອງຮັກ ແລະ ຄົນຮູ້ຈັກ ລວມມີໂຈດທາງແພ່ງຈຳນວນ 6 ຄົນ ຄື:

  • ຜູ້ທີ 1: ນາງ ມູນຕີ ອາຍຸ 75 ປີ ຢູ່ບ້ານ   ຈຳເລີຍໄດ້ສໍ້ໂກງ ແລະ ຍັກຍອກ ຈຳນວນ 5 ຄັ້ງ ລວມເງິນມູນຄ່າຈຳນວນ 9.740.000 ກີບ ແລະ 195.000 ບາດ,
  • ຜູ້ທີ 2: ນາງ ລັດດາ ອາຍຸ 33 ປີ ຢູ່ບ້ານ ດົງໂພນແຮ່ ຈຳນວນ 9 ຄັ້ງ ມູນຄ່າ 387.000 ບາດ,
  • ຜູ້ທີ 3: ນາງ ບຸນໂຮມ ຫຼື ແຫຼ້ ອາຍຸ 40 ປີ ຢູ່ບ້ານດົງໂພສີ ຈຳເລີຍໄດ້ສໍ້ໂກງ ແລະ ຍັກຍອກ 2 ຄັ້ງ ຈຳນວນ 150.000 ບາດ,
  • ຜູ້ທີ 4: ນາງ ວຽງທອງ ອາຍຸ 40 ປີ ຢູ່ບ້ານ ທ່ານາແລ້ງ ຈຳນວນ 170.400 ບາດ,
  • ຜູ້ທີ 5: ນາງ ຫວີນຖະຫວາ ອາຍຸ 38 ປີ ຢູ່ບ້ານ ດົງໂພສີ ເປັນແມ່ຫວຍ ທີ່ຖືກຈຳເລີຍສໍ້ໂກງໄປ 58.800 ບາດ, ແລະ
  • ຜູ້ທີ 6: ນາງ ສຸກດາວັນ ຫຼື ປ້ຽວ ອາຍຸ 31 ປີ ຢູ່ບ້ານ ປ່າຫວ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ລວມມູນຄ່າເສຍຫາຍ 961.200 ບາດ ກັບ 32.740.000 ກີບ.

ໄອຍະການ ເຫັນວ່າ ການກະທຳຂອງຈຳເລີຍ ເປັນການກະທຳຜິດໂດຍເຈນຕະນາເນື່ອງຈາກຈຳເລີຍ ມີເຈດຕະນາໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ດ້ວຍຮູບການແອບອ້າງຊື່ຂອງບຸກຄົນອຶ່ນໄປກູ້ຢືມເງິນນຳໂຈດທາງແພ່ງຜູ້ທີ 1 ແລະ 2. ຈຳເລີຍຍັງເຈດຕະນາໃຊ້ຄວາມໄວ້ເນື້ອເຊື່ອໃຈລັກໂລບເອົາເງິນຂອງ ໂຈດທາງແພ່ງຜູ້ທີ 3-6 ໂດຍການເອົາເງິນໃຫ້ຈຳເລີຍໄປແລກປ່ຽນເອົາເງິນຢູ່ຂົວມິດຕະພາບ, ແຕ່ຈຳເລີຍໄດ້ເອົາເງິນໄປໃຊ້ສ່ວນຕົວ, ຊຶ່ງການກະທຳຂອງຈຳເລີຍ ຄັ້ງນີ້ໄດ້ສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍ ທັງທີ່ຈຳເລີຍ ກໍຮູ້ດີວ່າການກະທຳດັ່ງກ່າວເປັນການກະທຳຜິດກົດໝາຍແຫ່ງ ສປປ ລາວ, ຈຳເລີຍເປັນບຸກຄົນທີ່ມີສຳປະຊັນຍະສົມບູນດີ ບໍ່ເປັນບ້າໄບ້ເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ດ້ວຍເຫດຜົນດັ່ງກ່າວນີ້, ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ສານພິຈາລະນາລົງໂທດຈຳເລີຍຕາມກົດໝາຍອາຍາຕາມມາດຕາ 120 ແລະ 121 ວັກ 2. ສ່ວນຄ່າເສຍຫາຍທີ່ໂຈດທາງແພ່ງຜູ້ທີ 1,2,3 ແລະ 6 ໄດ້ຮຽກຮ້ອງຕາມຈຳນວນເງິນທີ່ຈຳເລີຍສໍ້ໂກງ ແລະ ຍັກຍອກໄປນັ້ນ ແມ່ນສະເໜີໃຫ້ສານພິຈາລະນາໃຫ້ຈໍາເລີຍໃຊ້ແທນຕາມກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ມາດຕາ 83 ທີ່ລະບຸໄວ້ວ່າ “ບຸກຄົນໃດ ຫາກໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ອື່ນ ດ້ວຍການກະທຳຂອງຕົນເອງບຸກຄົນນັ້ນຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ຕົນໄດ້ກໍ່ຂຶ້ນ…”

ສ່ວນການຫຼີ້ນຫວຍລະຫວ່າງຈຳເລີຍກັບໂຈດທາງແພ່ງຜູ້ 4 ແລະ 5 ນັ້ນ ແມ່ນໃຫ້ອິງຕາມຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຍຸຕິທຳສະບັບເລກທີ 03/ຄປສ ລົງວັນທີ 27 ຕຸລາ 1999 ໃຫ້ຖືວ່າເປັນຂໍ້ຜູກພັນທາງແພ່ງ.

ຜ່ານການຖະແຫຼງຂອງໄອຍາການ ແລະ ການຄົ້ນຄວ້າຢ່າງລະອຽດ, ຖີ່ຖ້ວນ ແລະ ຮອບດ້ານຂອງຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ, ສານເຫັນຄວນລົງໂທດ ຕັດອິດສະຫຼະພາບຈໍາເລີຍ 4 ປີ ປັບໃໝ 1.000.000 ກີບ ແລະ ໃຊ້ແທນຄ່າເສຍໃຫ້ທີ່ໂຈດທາງແພງ ໃຫ້ຄົບຕາມຈຳນວນ.