ຜັກຄາວທອງ ເປັນພືດພື້ນບ້ານທີ່ພົບເຫັນໄດ້ງ່າຍ ແລະ ຍັງສາມາດປູກກິນເອງໄດ້ງ່າຍເຊັ່ນກັນ ແຕ່ຫຼາຍຄົນອາດຍັງບໍ່ທັນຮູ້ວ່າ ຜັກຄາວທອງນັ້ນມີຄຸນປະໂຫຍດຕໍ່ສຸຂະພາບ.

1. ມີລິດໃນການຊວ່ຍຕໍ່ຕ້ານພະຍາດມະເຮັງ, ປ້ອງກັນການຈະເລີນເຕີບໂຕຂອງເຊວພະຍາດມະເຮັງ
2. ມີລິດໃນການຊວ່ຍບຳບັດຟື້ນຟູພະຍາດຄວາມດັນເລືອດສູງ
3. ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຕ້ານທານກັບພະຍາດ, ຊ່ວຍເຮັດໃຫ້ອາຍຸຍືນຂຶ້ນ.

4. ຄຸນປະໂຫຍດຂອງຄາວທອງ ມີສ່ວນຊ່ວຍປ້ອງກັນພະຍາດເບົາຫວານ ແລະ ຮັກສາຄວາມສົມດຸນຂອງຮ່າງກາຍ
5. ຊ່ວຍເຮັດໃຫ້ກະດູກເຊື່ອມຕິດກັນໄວຂຶ້ນ (ຕົ້ນສົດ)
6. ຊ່ວຍຮັກສາປະລິມານຂອງແຫຼວໃນຮ່າງກາຍ
7. ຊ່ວຍຮັກສາອາການຫູຊັ້ນກາງອັກເສບ (ທັງຕົ້ນ)
8. ໃຊ້ປິ່ນປົວພະຍາດຕິດເຊື້ອ ແລະ ການເດີນຫາຍໃຈ (ຕົ້ນ)
9. ຜັກຄອງທອງມີຄຸນປະໂຫຍດຊວ່ຍແກ້ແລະບັນເທົາອາການໄອ (ໝົດຕົ້ນ)
10.ມີສ່ວນຊ່ວຍກະຕຸ້ນການແບ່ງຕົວຂອງເຊວເມັດເລືອດຂາວ ແລະ ຊ່ວຍປິ່ນປົວພາວະພູມແພ້ຫອບຫືດ
11.ຊ່ວຍປິ່ນປົວພະຍາດຫຼອດລົມອັກເສບ (ທັງຕົ້ນ)
12.ຄຸນປະໂຫຍດຂອງຜັກຄາວທອງ ໃຊ້ເປັນຍາລະບາຍອາຫານບໍ່ຍອ່ຍ (ໃບ)
13.ຊ່ວຍປິ່ນປົວພະຍາດໜອງໃນ (ໃບ)