ເຊື່ອວ່າທຸກຄົນຢາກໃຫ້ອາຍຸຍືຍາວ, ເຊິ່ງການຈະເຮັດໃຫ້ສຸຂະພາບແຂງແຮງນັ້ນ ມັນຕ້ອງໄດ້ອາໄສຫຼາຍປັດໄຈ ເປັນຕົ້ນແມ່ນສະພາບຈິດໃຈ, ສຸຂະພາບ ແລະອື່ນໆ. ແຕ່ມື້ນີ້ຮູ້ໄວ້ໄດ້ປະໂຫຍດຈະແນະນໍາວິທີການນຳໃຊ້ນ້ຳໝາກນາວເປັນໜຶ່ງປັດໄຈຊ່ວຍໃຫ້ອາຍຸຍືນ ເຖິງບໍ່ສາມາດຊ່ວຍໄດ້ໂດຍກົງ ແຕ່ນ້ຳໝາກນາວມີຄຸນປະໂຫຍດຫຼາຍຢ່າງທີ່ສາມາດປ້ອງກັນພະຍາດໄດ້ຫຼາຍຊະນິດ.

ເນື່ອງຈາກປະເທດເຮົາຕັ້ງຢູ່ເຂດອາກາດຮ້ອນ. ສະນັ້ນ, ຄົນສ່ວນຫຼາຍທີ່ກິນນ້ຳໝາກນາວ ຈຶ່ງມັກກິນແບບເຢັນໆໃສ່ນ້ຳກ້ອນລົງໄປໃນຈອກ. ແຕ່ຜູ້ຊ່ວຍຊານຂອງຕ່າງປະເທດ ແນະນຳວ່າການດື່ມແບບນັ້ນຈະໄດ້ແຕ່ວິຕະມິນ, ສ່ວນວ່າຜູ້ທີ່ຢາກໃຫ້ໄດ້ຜົນທາງຢາສະໝູນໄພ ຕ້ອງແມ່ນນ້ຳໝາກນາວແບບອຸ່ນໆໃນທຸກໆເຊົ້າ ແລະ ຕອນແລງ ນຳອີກ.

ນ້ຳໝາກນາວຮ້ອນໆນັ້ນ ສາມາດຊ່ວຍທຳລາຍລ້າງເຊວພະຍາດມະເຮັງໄດ້ ພຽງແຕ່ປາດໝາກນາວອອກເປັນປ່ຽງໆລົງໃນຈອກ ແລ້ວຕື່ມນ້ຳອຸ່ນລົງໄປດື່ມແບບນີ້ປະຈຳຈະດີຕໍ່ສຸຂະພາບ. ອີກຢ່າງ, ຣົດຊາດຂົມໆໃນ   ໝາກນາວຍັງເປັນສານຕ້ານພະຍາດມະເຮັງ ຊ່ວຍປ້ອງກັນການເຕີບໂຕຂອງກ້ອນຊີ້ນທີ່ຈະປົ່ງຂຶ້ນ, ເຊິ່ງເອີ້ນວ່າກ້ອນພະຍາດມະເຮັງ.

ນອກຈາກນັ້ນ, ສານໂພລີຟີນອນ ໃນນ້ຳໝາກນາວຍັງຊ່ວຍປັບລະດັບຄວາມດັນເລືອດ, ເສັ້ນເລືອກອຸດຕັນ, ປັບການໄຫຼວຽນຂອງກະແສເລືອດໃຫ້ດີຂຶ້ນ, ຫຼຸດການແຂງຕົວຂອງເລືອດນຳອີກ. ຖ້າທ່ານຮູ້ແບບນີ້ແລ້ວທານສາມາດນຳໃຊ້ໝາກນາວຮັກສາສຸຂະພາບໃຫ້ແຂງແຮງໄດ້.