ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດ ໝາຍຈະລາຈອນທາງບົກໃຫ້ກັບຊາວໜຸ່ມ-ແມ່ຍິງ ອ້ອມຂ້ອງກົມໃຫຍ່ຕໍາຫຼວດ ໃນວັນທີ 11 ກໍລະກົດ 2018; ໂດຍການເຂົ້າຮ່ວມຂອງ ພັທ ແກ້ວມາລາ ແສງທອງ ຮອງຫົວກົມຕໍາຫຼວດຈະລາຈອນ, ມີເລຂາຊາວໜຸ່ມ, ປະທານສະຫະ ພັນແມ່ຍິງ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກົມໃຫຍ່ຕໍາຫຼວດເຂົ້າຮ່ວມ.

ພັຕ ໄມສຸກ ສໍສິນໄຊ ວິຊາການພະແນກໂຄສະນາ ກົມຕໍາຫຼວດຈະລາຈອນ ຍົກໃຫ້ເຫັນວ່າ: ປັດຈຸບັນ, ສະພາບ ການສັນຈອນໃນຂອບເຂດທົ່ວປະເທດຍັງມີອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍເທົ່າທີ່ຄວນ ສະແດງອອກໃນໂມງໄປການ-ເລີກການ ພົບການສັນຈອນແອອັດສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່, ຄຽງຄູ່ກັນນີ້ ກໍຍັງພົບເຫັນຜູ້ລະເມີດກົດລະບຽບຈະລາຈອນທີ່ວາງອອກດ້ວຍຫຼາຍຮູບແບບ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ. ເຊິ່ງໃນເດືອນມິຖຸນາ 2018 ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 80 ກວ່າຄັ້ງ ເສຍຊີວິດ 16 ຄົນ. ໃນນີ້ ມີຕໍາຫຼວດຮ່ວມຢູ່ນໍາເຖິງ 3 ຄົນ.

ການຈັດພິທີໃນຄັ້ງນີ້, ກໍເພື່ອເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກໃຫ້ບັນດາພະ   ນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ຕໍາຫຼວດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນໍາໄປປະຕິບັດເຂົ້າໃນຊີວິດປະຈໍາວັນ. ເນື່ອງຈາກວ່າ, ບັນຫາການເກີດອຸບັດຕິເຫດໃນປັດຈຸບັນແມ່ນເກີດຂຶ້ນຫຼາຍ ຍ້ອນຄວາມປະໝາດໃນການໃຊ້ລົດ-ໃຊ້ຖະໜົນຂອງຜູ້ຂັບຂີ່ ຄື: ເມົາແລ້ວຂັບ, ຂັບລົດໄວເກີນກໍານົດ, ບໍ່ປ່ອຍສິດເຊິ່ງກັນແລະກັນ, ລ່ວງໄຟອໍານາດ ແລະອື່ນໆ.

ນອກຈາກນັ້ນ, ຍັງເປັນການປຸກລະດົມໃຫ້ບັນດາພະນັກງານ-ນັກຮົບ ກ່ຽວກັບການໃຊ້ລົດ-ໃຊ້ຖະໜົນ, ມີສະຕິໃນການຂັບຂີ່ທຸກຄັ້ງ ແລະ ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເກີດອຸບັດຕິເຫດໃຫ້ນັບມື້ນັບຫຼຸດລົງເທື່ຶອລະກ້າວ.