ໃນວັນທີ 10 ກໍລະກົດ 2018, ບໍລິສັດເບຍລາວ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງເບຍລາວ ຄົບຮອບ 45 ປີ ( ວັນທີ 10 ກໍລະກົດ 1973-10 ກໍລະກົດ 2018), ເຂົ້າຮ່ວມມີ ທ່ານ ເຮັນຣິກ ແອນເດິຊັນ ຜູ້ອໍານວຍການບໍລິສັດເບຍລາວ ແລະ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ, ມີຮອງຜູ້ອຳນວຍການໃຫຍ່, ຫົວໜ້າ-ຮອງພະແນກ ແລະ ພະນັກງານພາຍໃນບໍລິສັດ ເຂົ້າຮ່ວມ.

ທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ໄດ້ລາຍງານວ່າ: ບໍລິສັດເບຍລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1973 ດ້ວຍການຮ່ວມມືລະຫວ່າງນັກທຸລະກິດຝຣັ່ງ ແລະ ລາວ ໂດຍໃສ່ຊື່ວ່າ ໂຮງງານເຫຼົ້າເບຍ ແລະ ນໍ້າກ້ອນລາວ ສາມາດຜະລິດເບຍໄດ້ເຖິງ 3 ລ້ານລິດຕໍ່ປີ, ນໍ້າຫວານອັດລົມ 1.5 ລ້ານລິດຕໍ່ປີ ແລະ ນໍ້າກ້ອນ 120 ໂຕນຕໍ່ມື້; ມາໃນປີ 1993 ບໍລິສັດເບຍລາວ ໄດ້ຮັບການປ່ຽນແປງກຳມະສິດເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານລາວ ກັບ ຜູ້ລົງທຶນຕ່າງປະເທດ ແລະ ໃນປີ 2005 ໄດ້ມີການປ່ຽນແປງຝ່າຍລົງທຶນຕ່າງປະເທດ ເປັນບໍລິສັດ ຄລາສເບີກ ເວີລີ ເຊິ່ງເປັນຂາຮຸ້ນຍຸດທະສາດທີ່ສຳຄັນ ທີ່ມີສ່ວນຮ່ວມເຮັດໃຫ້ບໍລິສັດເບຍລາວ ປະສົບຜົນສຳເລັດໂດຍດີຕະຫຼອດມາ ແລະ ມາໃນປີ 2012 ບໍລິສັດນໍ້າຫວານລາວ ໄດ້ຮ່ວມຕົວເຂົ້າກັບ ບໍລິສັດເບຍລາວ ເພື່ອສ້າງຄວາມເຂັ້ມແຂງໃໝ່ໃນຕະຫຼາດທີ່ມີການປ່ຽນແປງ.

ບໍລິສັດເບຍລາວ ໄດ້ເອົາໃຈໃສ່ສ້າງເງື່ອນໄຂທີ່ເປັນພື້ນຖານໜັກແໜ້ນໃຫ້ແກ່ການດຳເນີນທຸລະກິດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ການຕະຫຼາດຕິດພັນກັບຮີດຄອງ ແລະ ປະເພນີອັນດີງາມຂອງຊາດ, ການຈຳໜ່າຍແບບມີສ່ວນຮ່ວມຂອງລູກຄ້າ ແລະ ຜູ້ປະກອບການ, ສຶກສາອົບຮົມໃຫ້ພະນັກງານມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ ແລະ ຄວາມຮູ້-ຄວາມສາມາດທາງດ້ານວິຊາການ, ສ້າງ ແລະ ຂະຫຍາຍຖານ, ກຳລັງການຜະລິດໃຫ້ພຽງພໍ ແລະ ທັນສະໄໝ, ປະສານກົມກຽວທ່າແຮງຄະນະຜູ້ບໍລິຫານງານພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຂໍ້ໄດ້ປຽບໃນການແຂ່ງຂັນ ພ້ອມທັງເອົາໃຈໃສ່ປັບປຸງຕົນເອງ ແລະ ນະວັດຕະກຳໃໝ່ ເພື່ອເຮັດໃຫ້ບໍລິສັດມີ 3 ຖານການຜະລິດຄື: ໂຮງງານເບຍລາວວຽງຈັນ, ໂຮງງານເບຍລາວແຂວງຈຳປາສັກ ແລະ ໂຮງງານແປບຊີ ເຊິ່ງມີກຳລັງການຜະລິດລວມກັນເຖິງ 7 ລ້ານເຮັກໂຕລິດຕໍ່ປີ, ຜະລິດທັງເບຍລາວ, ເບຍລາວດຳ, ເບຍລາວໂກລ, ເບຍລ້ານຊ້າງ ແລະ ເບຍຍີ່ຫໍ້ສາກົນ ເຊັ່ນ: ເບຍຄລາສເບີກ, ທູບ໋ອກ, ນ້ຳອັດລົມແປບຊີແບັລກ, ເຄື່ອງດື່ມຊູກຳລັງ (ສະຕິງ) ແລະ ຜະລິດນໍ້າດື່ມຫົວເສືອຂະໜາດຕ່າງໆ ເພື່ອສະໜອງຕາມຄວາມຕ້ອງການຂອງສັງຄົມທີ່ນັບມື້ນັບເພີ່ມຂຶ້ນ ແລະ ຫຼາກຫຼາຍ.

ພິເສດສຳລັບສະເຫຼີມສະຫຼອງ ຄົບຮອບ 45 ປີ ບໍລິສັດເບຍລາວ ໄດ້ອອກແບບສິນຄ້າໃໝ່ ເພື່ອເປັນການຮ່ວມສະເຫຼີມສະຫຼອງໃຫ້ກັບຄວາມສຳເລັດຂອງເບຍລາວ ຄື: ເບຍໄວທ໌, ເບຍແອມເບີ ແລະ ເບຍຮອບບີ ແລະ ມີ 3 ລົດຊາດດ້ວຍກັນ ເຊັ່ນ: ລົດຊາດກົມກ່ອມ, ເຂັ້ມຂຸ້ນ ແລະ ນຸ້ມນວນ ເຊິ່ງເປັນຜະລິດຕະພັນໃໝ່ຫຼ້າສຸດຂອງເບຍລາວ.

ປັດຈຸບັນ ບໍລິສັດເບຍລາວ ໄດ້ກາຍເປັນບໍລິສັດຕົ້ນໆຂອງກຸ່ມບໍລິສັດທີ່ປະຕິບັດພັນທະງົບປະມານຫຼາຍ, ທັນເວລາ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ; ພ້ອມນີ້, ຍັງໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍຊຸກຍູ້ສັງຄົມ ແລະ ຮ່ວມກັບອົງກອນຕ່າງໆໃນການສົ່ງເສີມການປຸກຈິດສຳນຶກອັນດີໃຫ້ແກ່ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.