ເຈົ້າໜ້າທີ່ຍີ່ປຸ່ນ ເປີດເຜີຍໃນວັນທີ 13 ກໍລະກົດນີ້ວ່າ: ຍອດຜູ້ເສຍຊີວິດຈາກເຫດຝົນຕົກໜັກທາງພາກຕາເວັນຕົກ ເພີ່ມຂຶ້ນໄປເຖິງ 200 ຄົນແລ້ວ ໃນຂະນະທີ່ການຄົ້ນຫາຜູ້ເຄາະຮ້າຍຍັງຄົງດຳເນີນຕໍ່ໄປ ເພື່ອຫາຜູ້ຫາຍສາບສູນອີກຫຼາຍຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ.

ເຈົ້າໜ້າທີ່ ແລະ ອາສາສະມັກຫຼາຍກວ່າ 70.000 ຄົນ ເຂົ້າຮ່ວມໃນປະຕິບັດການຄົ້ນຫາ ແລະ ກູ້ໄພເພື່ອຫາຜູ້ເຄາະຮ້າຍປະມານ 60 ຄົນ ຫຼື ອາດຈະຫຼາຍກວ່ານີ້ ທີ່ຍັງຄົງຫາຍສາບສູນໄປໃນເຂດທີ່ປະສົບໄພພິບັດ ລວມເຖິງແຂວງຮິໂຣຊິມາ, ໂອກາຢາມາ ແລະ ເອຮິເມະ ໂດຍຢູ່ທີ່ແຂວງຮິໂຣຊິມາແຫ່ງດຽວ ມີຜູ້ເສຍຊີວິດຫຼາຍເຖິງ 70 ຄົນ.

ເຈົ້າໜ້າທີ່ກູ້ໄພ ອາໄສໄລຍະເວລາທີ່ສະພາບອາກາດດີຂຶ້ນໃນການກຳຈັດກ້ອນຫີນ ທີ່ຝົນພັດມາຍັງຊຸມຊົນຕ່າງໆ ແລະ ທຳຄວາມສະອາດເສດສາກໄມ້ຈາກບ້ານເຮືອນ ທີ່ໄດ້ຮັບຄວາມເສຍຫາຍຈາກຝົນຕົກຢ່າງໜັກ; ໃນຂະນະທີ່ການຄົ້ນຫາດຳເນີນຢູ່ນັ້ນ, ລັດຖະບານຍີ່ປຸ່ນ ກໍໄດ້ປະກາດຈະຈັດສັນເງິນຫຼາຍກວ່າ 630 ລ້ານໂດລາສະຫະລັດ ໃນການຟື້ນຟູເມືອງຕ່າງໆ ທີ່ໄດ້ຮັບຄວາມເສຍຫາຍຈາກໄພທຳມະຊາດຄັ້ງນີ້.