ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ກໍລະກົດນີ້ວ່າ: ສະຫະລັດ ອາເມລິກາ ຮຽກຮ້ອງໃຫ້ ຄະນະລັດຖະມົນຕີຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ ສັ່ງການທັນທີໃຫ້ຢຸດການສົ່ງອອກນ້ຳມັນທີ່ກັ່ນແລ້ວ ໄປ ສປປ ເກົາຫຼີ ພາຍຫຼັງທີ່ກ່າວຫາວ່າ ສປປ ເກົາຫຼີ ລະເມີດມາດຕະການຄວ່ຳບາດດ້ວຍການນຳເຂົ້າເຊື້ອໄຟທີ່ບໍ່ເປັນໄປຕາມກົດໝາຍ.

ລາຍງານລັບຂອງ ສະຫະລັດ ອາເມລິກາ ທີ່ຍື່ນຕໍ່ ຄະນະກຳມະການຄວ່ຳບາດ UN ຄາດວ່າ: ມີນ້ຳມັນຢ່າງນ້ອຍ 759.793 ບາເຣວ ທີ່ຈັດສົ່ງໄປຍັງ ສປປ ເກົາຫຼີ ລະຫວ່າງວັນທີ 1 ມັງກອນ ເຖິງວັນທີ 30 ພຶດສະພາ ຂອງປີນີ້ ເກີນກວ່າກຳນົດໂກຄ້າລາຍປີຂອງ ມະຕິສະຫະປະຊາຊາດ ທີ່ລະບຸໃຫ້ 500.000 ບາເຣວ. ການຈັດສົ່ງຜິດກົດໝາຍ ເປັນຈັດສົ່ງຜ່ານທາງເຮືອສູ່ເຮືອ ໂດຍໃຊ້ເຮືອບັນທຸກນ້ຳມັນຂອງ ສປປ ເກົາຫຼີ ໃນການລຳລຽງຢ່າງນ້ອຍ 89 ຄັ້ງ.

ສະຫະລັດ ອາເມລິກາ ຂໍໃຫ້ ສະຫະປະຊາຊາດ ປະກາດວ່າ: ສປປ ເກົາຫຼີ ລະເມີດໂກຕ້ານຳເຂົ້ານ້ຳມັນທີ່ ສະຫະປະຊາຊາດ ກຳນົດໄວ້ ຈຶ່ງຂໍໃຫ້ UN ມີຄຳສັ່ງຢຸດການຈັດສົ່ງນ້ຳມັນກັ່ນແລ້ວທັງໝົດ ໃຫ້ ສປປ ເກົາຫຼີ. ຄະນະກຳມະການຄວ່ຳບາດ UN ມີເວລາພິຈາລະນາຄຳຮ້ອງດັ່ງກ່າວ ຈົນເຖິງວັນທີ 19 ກໍລະກົດນີ້ ເຊິ່ງຄາດກັນວ່າ ຈີນ ແລະ ລັດເຊຍ ອາດໃຊ້ສິດທິຢັບຢັ້ງການຄວ່ຳບາດ ສປປ ເກົາຫຼີ ເພີ່ມເຕີມ.