ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ: ການເຕີບໃຫຍ່ຂອງການໃຊ້ລະບົບຫຸ່ນຍົນໃນພາກການຜະລິດຂອງ ອາຊີຕາເວັນອອກສຽງໃຕ້ ມີທ່າອ່ຽງເຮັດໃຫ້ບັນຫາແຮງງານທາດຍຸກໃໝ່ຮ້າຍແຮງຍິ່ງຂຶ້ນ ເນື່ອງຈາກແຮງງານທີ່ຕົກງານເພາະລະບົບອັດຕະໂນມັດ ຈົນອາດຕ້ອງຍອມແຂ່ງຂັນກັນເພື່ອແຍ່ງຊິງຕຳແໜ່ງງານທີ່ໄດ້ຄ່າຈ້າງຕ່ຳ.

ບໍລິສັດທີ່ປຶກສາຄວາມສ່ຽງ ເວີຣິສເມເປິນຄຣອບ ໃນອັງກິດ ເປີດເຜີຍລາຍງານເລື່ອງສິດທິມະນຸດ ປະຈຳປີ 2018 ວ່າ: ທ່າອ່ຽງການຕົກງານທີ່ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກການເຕີບໃຫຍ່ຂອງລະບົບອັດຕະໂນມັດ ໃນອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນສູນກາງຂອງການຜະລິດຫຼາຍປະເພດ ຕັ້ງແຕ່ເຄື່ອງນຸ່ງຫົ່ມ ໄປຈົນເຖິງ ລົດຍົນ ອາດເປັນສາເຫດທີ່ຈະເຮັດໃຫ້ບັນຫາການກົດຂີ່ແຮງງານ ແລະ ແຮງງານທາດໃນຕ່ອງໂຊ້ອຸປະທານ (Supply Chain) ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຂໍ້ມູນຈາກອົງການແຮງງານລະຫວ່າງປະເທດ (ILO) ຂອງສະຫະປະຊາຊາດ (UN) ລະບຸວ່າ: ແຮງງານຢ່າງນ້ອຍ 137 ລ້ານຄົນ ຫຼື ຄິດເປັນອັດຕາສ່ວນ 56% ຂອງແຮງງານທັງໝົດໃນ ກຳປູເຈຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟິລິບປິນ ມີຄວາມສ່ຽງເສຍຕຳແໜ່ງງານໃຫ້ກັບລະບົບອັດຕະໂນມັດ ພາຍໃນ 2 ທົດສະວັດຂ້າງໜ້າ.

ທັ້ງນີ້, 5 ປະເທດດັ່ງກ່າວ ຕົກເປັນກຸ່ມປະເທດທີ່ມີຄວາມສ່ຽງດ້ານແຮງງານທາດຍຸກໃໝ່ຢູ່ແລ້ວ ເນື່ອງຈາກມີການກົດຂີ່ແຮງງານຢ່າງແຜ່ຫຼາຍ, ຄ່າແຮງຕ່ຳ ແລະ ແຮງງານຕ້ອງເຮັດວຽກໃນວຽກທີ່ໃຊ້ທັກສະນ້ອຍ.

ທ່ານ ອາເລັກຊານເດີ ຊານເນີ ຫົວໜ້າຝ່າຍວິເຄາະດ້ານສິດທິມະນຸດຂອງ ເວີຣິສເມເປິນຄຣອບ ລະບຸວ່າ: ຄວາມສ່ຽງຂອງການໃຊ້ແຮງງານທາດໃນ Supply Chain ຈະເພີ່ມຂຶ້ນ ເນື່ອງຈາກແຮງງານທີ່ຕົກງານເພາະການຜະລິດດ້ວຍລະບົບຫຸ່ນຍົນ ຈະເຮັດໃຫ້ມີໂອກາດເກີດການກົດຂີ່ແຮງງານຫຼາຍຂຶ້ນ ເພາະແຮງງານຈໍານວນຫຼາຍຕ້ອງແຍ່ງຕຳແໜ່ງງານທີ່ມີນ້ອຍລົງຢູ່ແລ້ວ ແລະ ໄດ້ຄ່າຈ້າງນ້ອຍລົງ ນຳອີກ.

“ແຮງງານທີ່ຂາດທັກສະສຳລັບການປັບຕົວ ຫຼື ບໍ່ໄດ້ຮັບມາດຕະການເບິ່ງແຍງຈາກປະກັນສັງຄົມ ຈະຕ້ອງແຂ່ງຂັນກັນເພື່ອວຽກທີ່ໄດ້ຄ່າຈ້າງນ້ອຍລົງ ຫຼື ວຽກທີ່ໃຊ້ທັກສະນ້ອຍ ເຊິ່ງມີທ່າອ່ຽງວ່າ ອາດເກີດການເອົາປຽບຫຼາຍຂຶ້ນ” ທ່ານ ຊານເນີ ກ່າວ, ພ້ອມກັບເຕືອນວ່າ: ແຮງງານຈຳນວນຫຼາຍອາດຕ້ອງແຂ່ງຂັນກັນເພື່ອຕຳແໜ່ງຕ່ຳສຸດ ຖ້າຫາກພາກລັດບໍ່ມີມາດຕະການທີ່ເປັນຮູບປະທຳທີ່ຈະຊ່ວຍປັບຕົວ ແລະ ຝຶກທັກສະຄົນຮຸ່ນໃໝ່ໃຫ້ເຮັດວຽກຄວບຄູ່ໄປກັບເຄື່ອງຈັກ.

ລາຍງານຂອງເວີຣິສເມເປິນຄຣອບ ລະບຸວ່າ: ອຸດສາຫະກຳການກະສິກຳ, ປ່າໄມ້, ການປະມົງ, ການຜະລິດ, ການກໍ່ສ້າງ, ການຄ້າຍ່ອຍ ແລະ ການບໍລິການ ຄືພາກອຸດສາຫະກຳທີ່ແຮງງານໃນອາຊີຕາເວັນອອກສຽງໃຕ້ ມີທ່າອ່ຽງຕົກງານເພາະລະບົບຫຸ່ນຍົນຫຼາຍທີ່ສຸດ ໂດຍຫວຽດນາມ ເປັນປະເທດທີ່ມີຄວາມສ່ຽງສູງທີ່ສຸດ.

ແນວໃດກໍຕາມ, ທ່ານ ຊິນດີ ເບີມັນ ຫົວໜ້າຝ່າຍຄວາມຮູ້ ແລະ ການສຶກສາຂອງຄວາມລິເລີ່ມການຄ້າຢ່າງມີສິນລະທຳ ເຊິ່ງເປັນກຖຸ່ມຂອງສະຫະພາບ ບໍລິສັດ ແລະ ມູນນິທິ ທີ່ສົ່ງເສີມສິດທິແຮງງານ ເປີດເຜີຍວ່າ: ເຖິງແມ່ນວ່າການໃຊ້ລະບົບອັດຕະໂນມັດ ເປັນຄວາມສ່ຽງສຳລັບຕຳແໜ່ງວຽກທີ່ໃຊ້ຄວາມສາມາດຕ່ຳ ແຕ່ພາກລັດ ແລະ ພາກເອກະຊົນ ສາມາດຫຼຸດຜົນກະທົບທີ່ມີຕໍ່ກຸ່ມແຮງງານ.

ໂດຍທ່ານ ເບີມັນ ກ່າວວ່າ: “ເຕັກໂນໂລຊີອາດສົ່ງຜົນເສຍຕໍ່ແຮງງານ ແຕ່ເຕັກໂນໂລຊີກໍສາມາດເປັນສ່ວນໜຶ່ງຂອງການແກ້ບັນຫາ ດ້ວຍການສ້າງໂອກາດສຳລັບວຽກທີ່ດີຂຶ້ນເຊັ່ນກັນ”.