ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສ້າງຂະບວນການຍ່າງ ແລະ ເຕັ້ນເພື່ອສຸຂະພາບ ຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-20 ກໍລະກົດ 2018 ) ໃນວັນທີ 12 ກໍລະກົດ ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ຄະນະບໍລິຫານງານພັກ ສມປຊ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະສະຫະພັນແມ່ຍິງ, ສະມາຊິກເອື້ອຍ-ນ້ອງແມ່ຍິງ ແລະ ຊາວໜຸ່ມ ເຂົ້າຮ່ວມ.

ທ່ານ ສຈ ປອ ບຸນທີ ເຄືອມີໄຊ ກ່າວວ່າ: ການສ້າງຂະບວນການຍ່າງ ແລະ ເຕັ້ນເພື່ອສຸຂະພາບຄັ້ງນີ້ ຈັດຂຶ້ນເພື່ອຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໃຫ້ເປັນຂະບວນການຟົດຟື້ນ; ເຊິ່ງຜ່ານມາສະມາຊິກແມ່ຍິງ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ສມປຊ ໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອແມ່ຍິງ ຕິດພັນກັບທາດແທ້, ມູນເຊື້ອອັນດີງາມ ແລະ ລັກສະນະອັນດີເລີດຂອງແມ່ຍິງລາວ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການນໍາພາຂອງພັກຢ່າງໜັກແໜ້ນ ແລະ ພ້ອມກັນສືບຕໍ່ຜັນຂະຫຍາຍແຜນພັດທະນາສະຖາບັນໃຫ້ມີຜົນສໍາເລັດສູງສຸດ.

ພ້ອມນັ້ນ, ສະຫະພັນແມ່ຍິງ ໄດ້ອອກແຮງງານປະຕິບັດບົດບາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເອື້ອຍ-ນ້ອງແມ່ຍິງ, ສ້າງບາດກ້າວບຸກທະລຸ 4 ດ້ານ, ປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອພັດທະນາສະຫະພັນແມ່ຍິງຢູ່ສະຖາບັນໃຫ້ມີບາດກ້າວໃໝ່.

ສໍາລັບຍ່າງເພື່ອສຸຂະພາບຄັ້ງນີ້ ແມ່ນໄດ້ຍ່າງອ້ອມຮອບບໍລິເວນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.