ພະແນກໂຄສະນາກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ວາງເປົ້າໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກໃຫ້ເຂົ້າເຖິງຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມ ເພື່ອແກ້ໄຂບັນຫາການສັນຈອນແອອັດ ແລະ ອຸບັດຕິເຫດໃຫ້ຫຼຸດລົງ.

ພັທ ບຸນເລີດ ວິລະສັກ ຫົວໜ້າພະແນກໂຄສະນາ ກົມຕໍາຫຼວດຈະລາຈອນ ກ່າວວ່າ: ໃນຕໍ່ໜ້າ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງຈະສືບຕໍ່ເກີດຂຶ້ນ ເຊິ່ງເກີດຈາກຜູ້ຂັບຂີ່ບໍ່ເຂົ້າໃຈຢ່າງເລີກເຊິ່ງຕໍ່ກົດລະບຽບຈະລາຈອນ, ກົດໝາຍທີ່ກ່ຽວຂ້ອງ.  ສະນັ້ນ, ເພື່ອເຮັດໃຫ້ຜູ້ຂັບຂີ່ເຫັນໄດ້ຜົນເສຍຫາຍຈາກການເກີດອຸບັດຕິເຫດ, ເຈົ້າໜ້າທີ່ພະແນກໂຄສະນາ ກົມຕໍາຫຼວດຈະລາຈອນ ຈະສືບຕໍ່ເຄື່ອນໄຫວໂຄສະນາເຜີຍແຜ່ລະບຽບກົດໝາຍຕ່າງໆ ແນໃສ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ໂດຍເຄື່ອນໄຫວໂຄສະນາຕາມສໍານັກງານ, ອົງການ, ໂຮງຮຽນ, ໂຮງຈັກ-ໂຮງງານ, ຕະຫຼອດຮອດກຸ່ມບ້ານ ຫຼື ຊຸມຊົນຕ່າງໆ.

ເພື່ອເຮັດໃຫ້ວຽກງານໂຄສະນາມີປະສິດທິຜົນ, ຈະໄດ້  ສ້າງເນື້ອໃນບົດໂຄສະນາດ້ວຍຫຼາຍວິທີການ  ແລະ ໃຫ້ສອດຄ່ອງແຕ່ລະໄລຍະ, ປະສານສົມທົບກັບສື່ມວນຊົນພາກສ່ວນຕ່າງໆ ຄື: ໂທລະພາບ, ວິທະຍຸ ແລະ ໜັງສືພິມ ເພື່ອໃຫ້ມີສ່ວນຮ່ວມໃນການໂຄສະນາກົດລະບຽບການສັນຈອນໃຫ້ທຸກຊັ້ນຄົນໄດ້ຮັບຮູ, ເຂົ້າໃຈ ແລະ ພ້ອມກັນນໍາໄປປະຕິບັດ ເພື່ອຫຼຸດຜ່ອນການສັນຈອນແອອັດ ແລະ ການເກີດອຸບັດຕິເຫດຕາມທ້ອງຖະໜົນ,  ພ້ອມທັງສືບຕໍ່ປະສານສົມທົບກັບຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນໃນສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນໃນການເຄື່ອນໄຫວເຜີຍແຜ່ກົດລະບຽບຈະລາຈອນໃຫ້ໄດ້ຮັບຜົນດີຂຶ້ນເປັນກ້າວໆ.

ນອກຈາກນັ້ນ, ຍັງຈະສືບຕໍ່ເຂົ້າຮ່ວມການສົນທະນາຕອບຜ່ານລາຍການໂທລະພາບ-ວິທະຍຸ ໂດຍສະເພາະແມ່ນລາຍການອາທິດສັນຈອນ, ລາຍການສັນຈອນ, ລາຍການຂັບຂີ່ປອດໄພ ແລະ ລາຍການອື່ນໆ ເພື່ອໃຫ້ທຸກຊັ້ນຄົນໃນສັງຄົມຮັບຮູ້, ເຂົ້າໃຈກ່ຽວກົດລະບຽບຈະລາຈອນໃນການໃຊ້ລົດ-ໃຊ້ຖະໜົນ.

ໃນໄລຍະ 6 ເດືອນຕົ້ນປີ 2018 ຜ່ານມານີ້, ພະແນກໂຄສະນາໄດ້ເຄື່ອນໄຫວປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມຈັດຕັ້ງປະຕິດບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ລົງໂຄສະນາເຜີຍແຜ່ລະບຽບການສັນຈອນ ຕາມສໍານັກງານ, ອົງການຕ່າງໆໄດ້ 5 ຄັ້ງ;; ມີຜູ້ເຂົ້າຮ່ວມ 1.867 ຄົນ ຍິງ 986 ຄົນ, ຕາມສະຖາບັນການສຶກສາຕ່າງໆ 17 ຄັ້ງ; ມີຜູ້ເຂົ້າຮ່ວມ 4.309 ຄົນ ຍິງ 2.255 ຄົນ, ຕາມກຸ່ມບ້ານ 3 ຄັ້ງ ແລະ ບໍລິສັດຂົນສົ່ງສິນຄ້າ-ຂົນສົ່ງໂດຍສານ 11 ຄັ້ງ; ມີຜູ້ເຂົ້າຮ່ວມ 673 ຄົນ ຍິງ 263ຄົນ.  ນອກນັ້ນ, ຍັງໄດ້ເຄື່ອນໄຫວຝຶກອົບຮົມວຽກງານໂຄສະນາໃຫ້ກໍາລັງຕໍາຫຼວດຈະລາຈອນແຕ່ລະແຂວງໃນຂອບເຂດທົ່ວປະເທດ ເພື່ອເປັນການຍົກສູງຄວາມອາດສາມາດຂອງພະນັກງານໂຄສະນາວຽກງານຈະລາຈອນ ໃຫ້ສູງຂຶ້ນກວ່າເກົ່າ.