ໃນວັນທີ 11 ກໍລະກົດ 2018, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປ່ອຍປາລົງສູ່ໜອງທໍາມະຊາດ ບ້ານນາຕານ ເນື່ອງໃນໂອກາດວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2018; ໂດຍການເຂົ້າຮ່ວມຂອງທ່ານ ໜູກິ ສີຫາລາດ ຮອງເຈົ້າເມືອງໄຊທານີ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ກ່າວວ່າ: ໃນ 2018 ນິ້, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ມີແຜນປ່ອຍປາທັງໝົດ 200.000 ໂຕ ຢູ່ແຕ່ລະບ້ານຢູ່ພາຍໃນເມືອງໄຊທານີ ທີ່ມີແຫຼ່ງນໍ້າທໍາມະຊາດ.

ສະເພາະມື້ນີ້ໄດ້ນໍາເອົາ ປານິນ, ປາປາກ ແລະ ປາໄນ ມາປ່ອຍຢູ່ໜອງຄັນ ບ້ານນາຕານ ລວມທັງໝົດ 50.000 ໂຕ ແລະ ນົກຈໍານວນໜຶ່ງ ເພື່ອເປັນການປຸກລະດົມສ້າງຈິດສໍານຶກໃຫ້ກັບຖັນແຖວພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ປວງຊົນທັງຫຼາຍ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ-ສັດປ່າ.

ຄຽງຄູ່ກັນນັ້ນ, ກໍເປັນການສ້າງຂະບວນການຕ້ອນຮັບ ວັນຄ້າຍວັນເກີດຂອງປະທານໄກສອນ ພົນວິຫານ ທີ່ໃກ້ຈະມາເຖິງນີ້ດ້ວຍບັນຍາກາດຟົດຟື້ນ.

ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນພາຍໃນບ້ານນາຕານ ຈົ່ງເອົາໃຈໃສ່ປົກປັກຮັກສາສັດນໍ້າ-ສັດປ່າ, ຫຼີກລ່ຽງການຫາປາແບບດັບສູນ ເຊັ່ນ: ການນໍາໃຊ້ເຄື່ອງຊັອດ, ທາດເບື່ອ ຫຼື ສານເຄມີອື້ນໆ ທີ່ເຮັດໃຫ້ສັດນໍ້າດັບສູນ-ສູນພັນ ແລະ ເຮັດໃຫ້ນິເວດວິທະຍານໍ້າທໍາມະຊາດເສຍຫາຍ.