ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ໃນວັນທີ 12 ກໍລະກົດ 2018; ໂດຍການເຜີຍແຜ່ຂອງ ພັອ ປອ ບົວວັນ ວົງສາວັນທອງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາພະນັກງານ-ນັກຮົບພາຍໃນກົມໃຫຍ່ເຂົ້າຮ່ວມ.

ເອກະສານທີນໍາມາເຜີຍແຜ່ຄັ້ງນີ້ປະກອບມີ ຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ການຄຸ້ມຄອງພະນັກງານ; ວຽກງານສ້າງແຜ່ນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄຳສັ່ງຂອງຄະນະເລຂາທິການພັກກ່ຽວກັບ ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນຫຼວງ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ), ຄຳແນະນຳຂອງຄະນະຈັດຕັ້ງສູນການພັກກ່ຽວກັບ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງກ່ຽວກັບ ວຽກງານສ້າງແຜ່ນກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານຂອງພະນັກງານນຳພາຄຸ້ມຄອງ ແລະ ວຽກງານຄຸ້ມຄອງພະນັກງານ.

ພັອ ປອ ບົວວັນ ວົງສາວັນທອງ ກ່າວວ່າ: ການເຜີຍແຜ່ເອກະສານຄັ້ງນີ້ແມ່ນເພື່ອເຮັດໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນເອົາເນື້ອໃນຈິດໃຈຂອງເອກະສານ ພ້ອມທັງຍົກສູງຄຸນນະພາບທາງດ້ານຄຸນທາດການເມືອງ ເຮັດໃຫ້ພະນັກງານຫຼັກແຫຼ່ງມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຂັ້ມງວດປະຕິບັດລະບຽບກົດໝາຍຂອງລັດ, ຊື່ສັດບໍລິສຸດຕໍ່ພັກ-ຕໍ່ລັດ ແລະ ຕໍ່ກັບປະຊາຊົນ.

ໃນວັນດຽວກັນ, ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ກໍໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນດັ່ງກ່າວ ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານ-ນັກຮົບຂອງຕົນຮັບຮູ້ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນສໍາຄັນຂອງແຕ່ລະເອກະສານ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ໃນກົມກອງທີ່ຕົນເອງສັງກັດໃຫ້ມີຄວາມກ້າວໜ້າ, ຖືກຕ້ອງຕາມຫຼັກການຂອງພັກ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ເຊິ່ງເຜີຍແຜ່ເອກະສານຄັ້ງນີ້ໂດຍ ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206.