ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງ ປກສ ໄດ້ສືບຕໍ່ຈັດຕັ້ງປ້ອງກັນບົດໂຄງການຈົບຊັ້ນປະລີນຍາຕີ ຂອງນັກສຶກສາປະລິນຍາຕີ ຮຸ່ນທີ 19/4 ຂະແໜງສັນຕິບານ ໃນວັນທີ 12 ກໍລະກົດ 2018, ໂດຍການເປັນປະທານຂອງ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ ແຫ່ງຊາດ, ມີຫົວໜ້າຫ້ອງ, ອະນຸກຳມະການ, ອາຈານທີ່ປຶກສາ, ນັກສຶກສາປະລິນຍາຕີ ແລະ ແຂກຮັບເຊີນເຂົ້າຮ່ວມ.

ການປ້ອງກັນບົດລາຍງານໂຄງການຈົບຊັ້ນ ຂອງນັກສຶກສາ ຮຸ່ນນີ້ ມີທັງໝົດ 335 ຫົວຂໍ້. ສໍາລັບການປ້ອງກັນໃນມື້ນີ້ ລວມມີ 3 ຫົວຂໍ້ ຄື: 1) ເພີ່ມທະວີການສ້າງແຜນສືບສວນ-ສອບສວນໃນບັນດາຄະດີລະເມີດຄວາມສະຫງົບຂອງຊາດ ຢູ່ເມືອງໄຊທານີ, ນໍາສະເໜີໂດຍ ສອ ນາງ ໄອ່ຄຳ ວົງວິໄລ; 1) ຍົກສູງຄຸນນະພາບວຽກງານຄຸ້ມຄອງວິຊາສະເພາະເປົ້າໝາຍເຄື່ອນໄຫວສາສະໜາບໍ່ຖືກຕ້ອງ ຢູ່ເມືອງໄຊເຊດຖາ, ນໍາສະເໜີໂດຍ ຮອ ທອງຄຳ ພຽນປັນຍາ ແລະ 3) ຍົກສູງຄຸນນະພາບວຽກງານປ້ອງກັນພະນັກງານ-ລັດຖະກອນ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ນໍາສະເໜີໂດຍ ສອ ນາງ ເກດແກ້ວ ເດດວົງສາ.

ການປ້ອງກັນບົດໂຄງການຈົບຊັ້ນປະລີນຍາຕີ ຂອງນັກສຶກສາປະລິນຍາຕີຮຸ່ນນີ້ ແມ່ນເລີ່ມປ້ອງກັນມາແຕ່ວັນທີ 6 ກໍລະກົດຜ່ານມາ ແລະ ຈະສືບຕໍ່ດຳເນີນການປ້ອງກັນບົດໃຫ້ສຳເລັດໃນ 14 ກໍລະກົດ 2018 ນີ້.

ສໍາລັບວິທີການປ້ອງກັນບົດຂອງນັກສຶກສາ ແມ່ນຈະໃຫ້ນັກສຶກສາແຕ່ລະສະຫາຍຂຶ້ນລາຍງານໂດຍຫຍໍ້ກ່ຽວກັບ ບົດລາຍງານໂຄງການຈົບຊັ້ນຂອງຕົນ; ຫຼັງຈາກນັ້ນ, ແມ່ນເປີດໂອກາດໃຫ້ບັນດານັກວິທະຍາສາດ, ຄູ-ອາຈານ ປະກອບຄໍາຄິດເຫັນ, ສອບຖາມ ແລະ ລົງເລິກກ່ຽວກັບ ການໝູນໃຊ້ທິດສະດີເຂົ້າໃນການປະຕິບັດວຽກງານຕົວຈິງ ກໍຄືວຽກງານວິຊາສະເພາະຂອງແຕ່ລະກົມກອງ.