ສູນກາງສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ພາຍໃຕ້ຫົວຂໍ້ “ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ເພື່ອສະແດງໃຫ້ເຫັນເຖິງການປະກອບສວນອັນສໍາຄັນໃນການອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນາທໍາອັນດີງາມຂອງຊາດ ກໍຄືລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ.

ພິທີ່ດັ່ງກ່າວຈັດຂຶ້ນໃນວັນທີ 13 ກໍລະກົດ 2018 ຢູ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ປະທານປະເທດ, ມີບັນດາພະນັກງານການນໍາສະຫະພັນແມ່ຍິງຂັ້ນສູນກາງ, ບັນດາກະຊວງ, ອົງການຈັດຕັ້ງສູນກາງ, ແຂວງ-ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວເປີດໃນພິທີວ່າ: ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ໃນປີ 2018 ພາຍໄຕ້ຫົວຂໍ້ “ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ແມ່ນມີຄວາມສຳຄັນຫຼາຍ ແລະ ຕິດພັນກັບປີທ່ອງທ່ຽວລາວ 2018 ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.

ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍັງໄດ້ມີຄວາມເອອ້າງທະນົງໃຈຕໍ່ຜົນງານການປະກອບສ່ວນອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົກປ່ອຍຊາດ ແລະ ພາລະກິດປົກປັກຮັກສາ-ສ້າງສາພັດທະນາປະເທດຮອດປີນີ້ ຄົບຮອບ 63 ປີ.

ຕະຫຼອດໄລຍະ 63 ປີຜ່ານມາ, ໄດ້ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງແມ່ຍິງລາວ ໃນແຕ່ລະໄລຍະ, ເຊິ່ງເປັນການພັດທະນາແມ່ຍິງ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຮອບດ້ານ ໄປຄຽງຄູ່ກັບການສົ່ງເສີມ ແລະ ອານຸລັກວັດທະນາທຳອັນດີງາມຂອງຊາດ, ມູນເຊື້ອທີ່ເປັນເອກະລັກຂອງບັນດາເຜົ່າ ແລະ ຄຸນຄ່າມໍລະດົກທາງດ້ານວັດທະນາທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຢູ່ຄູ່ກັບສັງຄົມລາວຕະຫຼອດໄປ, ພ້ອມທັງຮັບເອົາຄຸນຄ່າທາງດ້ານວັດທະນາທຳທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝ ສາມາດເຊື່ອມໂຍງກັບສາກົນປະກອບສວນສະກັດກັ້ນສິ່ງຫຍໍ້ທໍ້ທາງດ້ານວັດທະນາທຳ, ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນາທຳໃຫ້ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງ ເປັນຕົ້ນແມ່ນການຜະລິດກະສິກຳ, ຫັດຖະກຳທີ່ຕິດພັນກັບການດຳລົງຊີວິດ, ການພົວພັນໃນຄອບຄົວ ແລະ ສັງຄົມ.

ໂອກາດນີ້, ສູນຝຶກອົບຮົມແມ່ຍິງລາວ ໄດ້ເປີດຂະບວນການ “ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ເຊິ່ງໃນພາຍໃນງານ ໄດ້ມີຈິດຈະກໍາການແຂ່ງຂັນການພັດເຂົ້າ, ຫໍ່ເຂົ້າຕົ້ມ, ໂຍນກະຕໍ້, ເຕັ້ນເຊືອກ, ຍ່າງກະໂປະ ແລະ ການຈັດວາງສະແດງສິນຄ້າຂອງ ຜະລິດຕະພັນສີມືແຮງງານແມ່ຍິງລາວ ເຊັນ: ອາຫານພື້ນບ້ານ, ຫັດຖະກຳຈັດສານ, ຜ່າແພ, ສິ້ນ ແລະ ເຄື່ອງນຸ່ງຫົ່ມຂອງແມ່ຍິງເຜົ່າຕ່າງໆຈຳນວນຫຼວງລາຍ.