ຫ້ອງການໂຄສະນາອົບຮົມ ເມືອງໄຊທານີ ປາຖະກະຖາລະນຶກເຖິງວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 109 ປີ ( 13 ກໍລະກົດ 1909-13 ກໍລະກົດ 2018) ແລະ ເຜີຍແຜ່ເອກະສານແນະນໍາກ່ຽວກັບການຈໍາໜ່າຍວາລະສານ ອົງການປົກຄອງນະຄອນຫຼວງ; ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ວັນເພັງ ອິນທະວົງ ຮອງເຈົ້າເມືອງໆໄຊທານີ, ທ່ານ ນວນລະແສງ ເນດທອງສະຫວັນ ຫົວໜ້າຄະນະໂຄສະນາອົບຮົມ, ມີພະນັກງານ-ນັກຮົມເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ວັນເພັງ ອິນທະວົງ ກ່າວວ່າ: ການປາຖະກາຖາຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ປະທານປະເທດ, ປະທານສະພາປະຊາຊົນສູງສຸດ ຊຸດທີ 1, ປະທານແນວລາວອິດສະຫຼະ, ສູນກາງແນວລາວສ້າງຊ້າງ, ຜູ້ນໍາທີ່ເດັ່ນຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃຫ້ມີຄວາມໝາຍຄວາມສໍາຄັນ, ມີເນື້ອໃນໃຫ້ເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ.

ທ່ານ ປະທານ ສຸພານຸວົງ ເປັນບຸກຄົນທີ່ຂະຫຍັນໝັ່ນພຽນ, ມີພອນສະຫວັນຫຼາຍດ້ານ ເພື່ອສໍາພັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການຕ້ານຕ່າງໆ ເພິ່ນອອກຊອກສະແຫວ່ງຫາຄວາມຮູ້ໃນຫຼາຍປະເທດທັງທະວີບເອີລົບເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ຫຼາຍປະເທດໃນທະວີບອາຟຣິກາ ຈົນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ.

ເມື່ອສໍາເລັດການສຶກສາອົບຮົມແລ້ວ, ທ່ານກໍຮັບໜ້າທີ່ລາຊະການຢູ່ຫວຽດນາມ, ກໍາປູເຈຍ ແລະ ລາວ ໄດ້ສ້າງຜົນງານຫຼາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້ຄວາມສາມາດ ແລະ ເຮັດແທ້ທໍາຈິງ. ຜ່ານການເຮັດວຽກຕົວຈິງ, ສິ່ງສໍາຄັນທີ່ສຸດທີ່ເພິ່ນໄດ້ສໍາຜັດໄດ້ຮູ້, ໄດ້ເຫັນ ກໍຄືພຶດຕິກໍາ-ການກະທໍາຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ຊາດຫົວເມືອງຂຶ້ນ ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈ ແລະ ເຮັດໃຫ້ທ່ານຕ້ອງເລືອກເສັ້ນທາງຊີວິດຄື: ກ້າວສູ່ເສັ້ນທາງຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນໍາເອົາອິດສະຫຼະພາບ ແລະ ສິດເປັນເຈົ້າ ມາໃຫ້ປະຊາຊົນລາວບັນດາເຜົ່າ.

ໂອກາດດຽວກັນ, ທ່ານຮອງເຈົ້າເມືອງ ຍັງໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ທະຫານ-ຕໍາຫຼວດ, ບັນດາສະມາຊິກພັກ, ນັກຮຽນຮູ້ປັນຍາຊົນ ໃຫ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຢ່າງເລິກເຊິ່ງກ່ຽວກັບຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີ ແລະ ທາດແທ້ປະຕິວັດຂອງທ່ານ ປະທານ ສຸພານຸວົງ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.